ພະແນກ ການຕ່າງປະເທດ ແຂວງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກການຕ່າງປະເທດແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 01 ກໍລະກົດ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ອຸດົມ ວົງໄກສອນ ຫົວໜ້າພະແນກການຕ່າງປະເທດແຂວງ.

ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງພະແນກ ໄລຍະຜ່ານມາວ່າ: ພາຍຫຼັງສຳເລັດກອງປະຊຸມໃຫຍ່ ຄັ້ງທີ 2 ຂອງໜ່ວຍພັກພະແນກການຕ່າງປະເທດແຂວງ ໄດ້ຮັບຮອງເອົາມະຕິກອງປະຊຸມໃຫຍ່ ແລະ ຜົນການເລືອກຕັ້ງຄະນະພັກຮາກຖານ ຈຳນວນ 3 ສະຫາຍ, ຮັບຮອງເອົາແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກແຕ່ປີ 2017-2021 ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະໜຶ່ງ ຄະນະໜ່ວຍພັກຮາກຖານ ໄດ້ອອກຮັບເບ້ຍບຳນານ 1 ສະຫາຍ ບົ່ງຕົວແຕ່ງຕັ້ງ 1 ສະຫາຍ ແລະ ບັນດາທ່ານທີ່ຢູ່ໃນແຜນ ບາງຕຳແໜ່ງໄດ້ຖືກຍົກຍ້າຍ, ປັບປຸງ ຊັບຊ້ອນຕາມຄວາມເໝາະສົມ.

ຮອດປະຈຸບັນ ຕຳແໜ່ງຫົວໜ້າພະແນກ ບັນລຸຕາມແຜນ, ຕຳແໜ່ງຮອງຫົວໜ້າພະແນກ, ຕຳແໜ່ງຫົວໜ້າຂະແໜງບໍລິຫານ, ພິທີການ ແລະ ຈັດຕັ້ງ ແລະ ຮອງຂະແໜງ, ຕຳແໜ່ງຫົວໜ້າຂະແໜງພົວພັນ-ຮ່ວມມືສາກົນ-ຮອງຂະແໜງ, ຕຳແໜ່ງຫົວໜ້າກົງສູນ-ຊາຍແດນ-ຮອງຂະແໜງ ຕຳແໜ່ງລະ 1 ທ່ານ ບັນລຸໄດ້ 100% ຂອງແຕ່ລະຕຳແໜ່ງງານ.

ນອກນັ້ນ ພະນັກງານນຳພາ-ຄຸ້ມຄອງ ຈຳນວນໜຶ່ງ ໄດ້ຮັບການບຳລຸງຍົກລະດັບທາງດ້ານທິດສະດີ, ວິຊາສະເພາະ ຢູ່ຕ່າງປະເທດ ຈຳນວນ 1 ສະຫາຍ ແລະ ຍົກລະດັບທິດສະດີຊັ້ນກາງຢູ່ພາຍໃນ 1 ສະຫາຍ ເປັນເພດ ຍິງ ທັງ 2 ສະຫາຍ, ບຳລຸງທິດສະດີ 45 ວັນຢູ່ພາຍໃນ 1 ສະຫາຍ.

ນອກນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ ມະຕິກົມການເມືອງສູນກາງພັກ ເລກທີ່ 032/ກມສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ່ 292/ຄຈສພ ລົງວັນທີ່ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດມະຕິ ເລກທີ່ 032/ກມສພ, ມະຕິກົມການເມືອງສູນກາງພັກ ເລກທີ່ 030/ກວສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນໍາພາ-ຄຸ້ມຄອງ ແລະ ດຳລັດ ເລກທີ 461/ລບ, ລົງວັນທີ 9 ຕຸລາ2012 ວ່າດ້ວຍມາດຕະຖານຕຳແໜ່ງບໍລິຫານ ຂອງລັດຖະກອນແຫ່ງ ສປປ ລາວ ພ້ອມນີ້ ຍັງຈະໄດ້ດຳເນີນການທາບທາມ ຈຳນວນ 3 ຮອບ ແລະ ຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງຈະສຳເລັດ.

About admins16