ປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກ ຍທຂ ແລະ ຮອງເລຂາພັກເມືອງປາກກະກະດິງ

ພິທີປະກາດການຈັດຕັ້ງ ຍົກຍ້າຍຮອງຫົວໜ້າຄະນະຈັດຕັ້ງແຂວງ ແລະ ແຕ່ງຕັ້ງຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ ເຂົ້າຮ່ວມໂດຍ ທ່ານ ບຸນເສັງ ປະທຳມະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ມີຄະນະຈັດຕັ້ງແຂວງ, ຄະນະພະແນກທີ່ກ່ຽວຂ້ອງ, ພະນັກງານລັດຖະກອນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການຜ່ານ ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 459/ຂບຊ, ລົງວັນທີ 28 ມິຖຸນາ 2021 ວ່າດ້ວຍການຍົກຍ້າຍ ທ່ານ ບຸນຄົບ ຈັນທະວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄປປະຈຳການຮັບໜ້າທີ່ໃໝ່ ເປັນຮອງເລຂາພັກເມືອງປາກກະດິງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 462/ຂບຊ, ລົງວັນທີ 28 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ໂຄສາຈານ ແສນທະວີໄຊ ຮອງເລຂາພັກເມືອງປາກກະດິງ ມາເປັນຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ.

ເພື່ອເຮັດໃຫ້ພິທີມີຄວາມໝາຍຄວາມສໍາຄັນຢ່າງໜັ້ກແໜ້ນ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ທ່ານ ບຸນເສັງ ປະທຳມະວົງ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າການແຕ່ງຕັ້ງ, ຍົກຍ້າຍພະນັກງານຊີ້ນຳ-ນຳພາ ແມ່ນວຽກງານປົກກະຕິ ທັງນີ້ກໍ່ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ປັບປຸງໃຫ້ແທດເໝາະກັບໜ້າທີ່ການເມືອງ ແລະ ວິຊາສະເພາະໃນໄລຍະໃໝ່ ແນໃສ່ເຮັດໃຫ້ວຽກງານໄດ້ມີການຂະຫຍາຍຕົວຕາມຂັ້ນເທິງວາງອອກ, ພ້ອມດຽວກັນທ່ານຍັງໄດ້ຮຽກຮ້ອງໃຫ້ພະແນກການ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ກຳແໜ້ນແນວທາງ, ກຳໄດ້ລະບຽບກົດໝາຍ ສ້າງການຫັນປ່ຽນໃໝ່ ແລະ ມີຄວາມສະດຸ້ງໄວ, ຍົກສູງຄວາມຮູ້ຄວາມສາມາດ, ແບບແຜນວິທີເຮັດວຽກ, ມີຄວາມສາມັກເປັນໝູ່ຄະນະ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ພ້ອມກັນສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເຮັດລ້ອນໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຖືກຕ້ອງ, ວ່ອງໄວທັນເວລາ ແລະ ໄດ້ຮັບປະສິດທິຜົນສູງສຸດ.

About admins14