ພະແນກແຜນການ ແລະ ການລົງທຶນແຂວງ ມອບເງິນອຸດໜູນໃຫ້ພະນັກງານເສຍຊີວິດ

ໃນຕອນບ່າຍຂອງວັນທີ 27 ພຶດສະພາ 2021 ຢູ່ພະແນກແຜນການ ແລະ ການລົງທຶນແຂວງ ໄດ້ຈັດພິທີມອບ-ຮັບ ເງິນອຸດໜູນໃຫ້ແກ່ພະນັກງານທີ່ເສຍຊີວິດ ຕາງໜ້າມອບໂດຍ ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ, ຕາງໜ້າຄອບຄົວຜູ້ເສຍຊີວິດຮັບໂດຍທ່ານນາງ ຄອນສະຫວັດ ໂນວັນນະຈິດ ມີພະນັກງານຂະແໜງການກ່ຽວຂ້ອງ ແລະ ຍາດພີ່ນ້ອງຂອງຜູ້ເສຍຊີວິດ ເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີໄດ້ ຜ່ານຂໍ້ຕົກລົງຂອງເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 317/ຂບຊ ລົງວັນທີ 11 ພຶດສະພາ 2021 ວ່າດ້ວຍປະຕິບັດນະໂຍບາຍອຸດໜູນເສຍຊີວິດໃຫ້ແກ່ ທ່ານ ເນດສາຄອນ ໂນວັນນະຈິດ ອາຍຸ 58 ປີ ອະດີດຫົວໜ້າສູນສະຖິຕິປະຈຳແຂວງບໍລິຄຳໄຊ ລວມອາຍຸປີການໄດ້ 36 ປີ ເປັນເງິນທັງໝົດ 92.844.500 ກີບ.

About admins16