ຊົມເຊີຍທີມງານແພດໂຮງໝໍແຂວງ ສຳເລັດການປີ່ນປົວຜູ້ຕິດເຊື້ອໂຄວິດ 19 ຢູແຂວງບໍລິຄຳໄຊ

ໃນວັນທີ 28 ພຶດສະພາ 2021 ຢູ່ສູນປິ່ນປົວພະຍາດໂຄວິດ-19 ຫຼັກ 6 ຂອງແຂວງບໍລິຄຳໄຊ ທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ ທັງເປັນຮອງປະທານຄະນະກຳມະການສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ, ຄວບຄູມ ແລະ ແກ້ໄຂການລະບາດພະຍາດອັກເສບປອດເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໄດ້ໄປຊົມເຊີຍທີມງານແພດ ໂຮງໝໍແຂວງບໍລິຄຳໄຊ ທີ່ເຮັດໜ້າທີ່ປິ່ນປົວຄົນເຈັບ ທີ່ຕິດເຊື້ອພະຍາດໂຄວິດ-19 ດີຕື່ມອີກ 2 ຄົນ ຄື: ຜູ້ຕິດເຊື້ອກໍລະນີທີ 221 ທ້າວ ກຸ້ງເງິນ ອາຍຸ 30 ປີ, ອາຊີບພະນັກງານ ຢູ່ບ້ານສີວິໄລ ເມືອງປາກຊັນ ແລະ ກໍລະນີ 653 ນາງ ນົກແກ້ວ ອາຍຸ 18 ປີ, ອາຊີບນັກຮຽນ ຢູ່ບ້ານໄຊສະຫວ່າງ ເມືອງທ່າພະບາດ.

ສໍາລັບຜູ້ຕິດເຊື້ອກໍລະນີ 221 ແມ່ນໄດ້ເຂົ້າຮັບການປິ່ນປົວມາແຕ່ວັນທີ 24 ເມສາ ລວມເວລາປິ່ນປົວ 35 ວັນ ແລະ ກໍລະນີ 653 ແມ່ນໄດ້ເຂົ້າຮັບການປິ່ນປົວມາແຕ່ວັນທີ 30 ເມສາ ລວມເວລາປິ່ນປົວ 29 ວັນ. ມາຮອດປັດຈຸບັນຜູ້ຕິດເຊື້ອໂຄວິດ-19 ທັງ 3 ກໍລະນີ ແມ່ນໄດ້ຮັບການປິ່ນປົວດີທັງໝົດແລ້ວ.

ໂອກາດນີ້ ທ່ານ ດຣ ສອນໄຊ ປັນຍານຸວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທີມງານແພດໝໍ ທີ່ໄດ້ເອົາໃຈໃສ່, ສຸມທຸກສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຈົນຫາຍດີທັງໝົດ, ສໍາລັບຜູ້ຕິດເຊື້ອກໍລະນີ 221 ແລະ 653 ທີ່ໄດ້ອອກສູນປິ່ນປົວໃນຄັ້ງນີ້ ແມ່ນຍັງຈະໄດ້ສຶບຕໍ່ກັກກັນບໍລິເວນຢູ່ເຮືອນຕົນເອງຕື່ມອີກ 14 ວັນ.

About admins14