ເມືອງວຽງທອງເຜີຍແຜ່, ເຊື່ອມຊືມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI

ໃນວັນທີ 27 ພຶດສະພາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ຄໍາແພນ ວິລືທໍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງວຽງທອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ ເຂົ້າຮ່ວມ.

ໃນການເຜີຍແຜ່ເຊື່ອມຊືມຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການຜ່ານມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິ ເລກທີ 206/ກມສພ, ວ່າດ້ວຍການຍົກສູງຄຸນະພາບທາງດ້ານການເມືອງ-ແນວຄິດໃນໄລຍະໃໝ່, ແຜນການດໍາເນີນງານຂອງລັດຖະບານ ຊຸດທີ IX ໄລຍະ 5 ປີ ( 2021-2025 ).

ຈຸດປະສົງ ກໍ່ເພື່ອໃຫ້ບັນດາພະນັກງານການນໍາຫຼັກແຫຼ່ງ, ສະມາຊິກພັກ ເຂົ້າໃຈ ແລະ ເພີ່ມທະວີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດມະຕິຕ່າງໆຂອງກົມການເມືອງສູນກາງພັກຢ່າງຕັ້ງໜ້າ, ໂດຍສະເພາະແມ່ນເປັນເຈົ້າການຮັບໃຊ້ປະຊາຊົນ, ມີຈັນຍາບັນ, ຈັນຍາທໍາ, ຮັບປະກັນຄວາມບໍລິສຸດຕໍ່ຊາດ-ຕໍ່ປະຊາຊົນ, ຢຶດໝັ້ນຄວາມຮັບຜິດຊອບທາງດ້ານຄຸນທາດການເມືອງ-ແນວຄິດຢ່າງໜັກແໜ້ນ, ສົ່ງເສີມ, ຊຸກຍູ້ພະນັກງານສະມາຊິກພັກ ຜູ້ທີມີຄວາມຮູ້, ຄວາມສາມາດ ຫ້າວຫັນຕໍ່ໜ້າທີການເມືອງ, ເພີ່ມທະວີຄວາມເປັນເຈົ້າການຕິດຕາມກວດກາໃນການຈັດຕັ້ງປະຕິບັດມະຕິຕ່າງໆຂອງສູນກາງພັກໃຫ້ເກີດດອກອອກຜົນ.

About admin11