ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ລົງເຜີຍແຜ່ນິຕິກຳຢູ່ເມືອງວຽງທອງ

ກອງປະຊຸມເຜີຍແຜ່ນິຕິກໍາ ໃຫ້ຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 13 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງ, ເຂົ້າຮ່ວມໂດຍ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງ ວຽງທອງ ແລະ ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສືສານແຂວງ, ມີຄະນະຫ້ອງການ, ພະນັກງານຫ້ອງການເຕັກໂນໂລຊິ ແລະ ການສື່ສານເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງເລກທີ 518/ຂບຊ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄຳໄຊ, ຮ່າງຂໍ້ຕົກລົງຂອງເຈົ້າເມືອງວຽງທອງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການເຕັກໂນໂລຊີ ແລະ ການສື່ສານ ປະຈຳເມືອງ ແລະ ແຈ້ງການຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ເລກທີ 2510/ກຕສ ວ່າດ້ວຍການກຳນົດໂຄງປະກອບກົງຈັກການຈັດຕັ້ງຂອງຫ້ອງການເຕັກໂນໂລຊີ ແລະ ການສື່ສານ ປະຈຳເມືອງ, ເທດສະບານ, ນະຄອນ ແລະ ຂໍ້ຕົກລົງວ່າດ້ວຍການແບ່ງຂັ້ນຄຸ້ມຄອງການດຳເນີນກິດຈະການ ແລະ ການນຳໃຊ້ ຊັບພະຍາກອນດ້ານເຕັກໂນໂລຊີ ແລະ ການສື່ສານພາຍໃນແຂວງ.

ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດ, ຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຫ້ອງການເຕັກໂນໂລຊີ ແລະ ການສື່ສານເມືອງ ເພື່ອເປັນເອກະພາບແລ້ວພ້ອມທັງເຊັນບົດບັນທຶກການມອບ – ຮັບຫົວໜ່ວຍກິດຈະການດ້ານເຕັກໂນໂລຊິ ແລະ ການສື່ສານຂໍ້ມູນຂ່າວສານ ( ໄອຊີທີ ), ດ້ານການບໍລິການຂົນສົ່ງຄ້າຍຄືໄປສະນີ (ບໍລິສັດຂົນສົ່ງດ່ວນ) ລະຫວ່າງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ແລະ ຫ້ອງການເຕັກໂນໂລຊີ ແລະການສື່ສານເມືອງ.

About admins14