ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານບໍລິການ ທີ່ຕິດພັນກັບການທ່ອງທ່ຽວ ຢູ່ເມືອງ ທ່າພະບາດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານ ບໍລິການທີ່ຕິດພັນກັບການທ່ອງທ່ຽວຂອງເມືອງ ທ່າພະບາດ ປະຈຳສົກປີ 2021 – 2022 ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງ, ໃຫ້ກຽດເຂົ່າຮ່ວມໂດຍ ທ່ານ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງທ່າພະບາດ, ມີຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານວິຊາການທີ່ກ່ຽວຂ້ອງ, ຕະຫຼອດຮອດເຈົ້າຂອງກິດຈະການເຮືອນພັກ, ຮ້ານອາຫານທົ່ວເມືອງ ເຂົ້າຮ່ວມ.

ທີ່ປະຊຸມ ໄດ້ຮັບຟັງຜ່ານບົດສະຫຼຸບວຽກງານເຮືອນພັກ, ຮ້ານອາຫານ, ກີນດື່ມ, ຄາຣາໂອເກະ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເຊີ່ງເມືອງທ່າພະບາດ ມີເຮືອນພັກທັງໝົດ 15 ແຫ່ງ, ລີສອດ 1 ແຫ່ງ, ໃນນັ້ນ ມີຫ້ອງພັກທັງໝົດ 223 ຫ້ອງ, ຫ້ອງຕຽງດ່ຽວ 197 ຫ້ອງ, ຫ້ອງຕຽງຄູ່ 26 ຫ້ອງ, ຫ້ອງພັດລົມ 16 ຫ້ອງ, ຫ້ອງແອ 207 ຫ້ອງ, ມີໂຮມສະເຕ່ລວມ 1 ຫຼັງ, ໂຮມສະເຕ່ປະຊາຊົນ 20 ຫຼັງ ( ມີສະເພາະແຕ່ບ້ານນາ ແລະ ບ້ານ ຫາດໄຄ້ ) ໂດຍໄດ້ຮັບການສະໜັບສະໜູນໃນໄລຍະຜ່ານມາ ຈາກໂຄງການພັດທະນາການທ່ອງທ່ຽວອະນຸລັກແບບປະຊາຊົນມີສ່ວນຮ່ວມ ເພື່ອຄວາມຢືນຢົງ ຈາກປະເທດ ນິວຊີແລນ, ມີຮ້ານອາຫານ 28 ແຫ່ງ, ຮ້ານກີນດື່ມ 23 ແຫ່ງ, ຄາລາໂອເກະ 1 ແຫ່ງ.

ຫຼັງຈາກນັ້ນ ຍັງໄດ້ຮັບຟັງການຜານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ທ່າພະບາດ ສະບັບເລກທີ 1309/ ມທບ, ລົງວັນທີ 18 ສິງຫາ 2022 ວ່າດ້ວຍການແຕ່ງຕັ້ງຄະນະກຸ່ມທຸລະກິດບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານກີນດື່ມ, ຄາຣາໂອເກະ ແລະ ບັນເທິງ ໂດຍໄດ້ແຕ່ງຕັ້ງ ທ່ານ ບຸນມາ ວົງໄກສອນ ເປັນປະທານກຸ່ມ, ທ່ານ ນາງ ຈິ້ງ ດາລາວົງ ເປັນຮອງ, ທ່ານ ນາງ ນ້ອຍ ຈັນທະວົງສາ ເປັນຄະນະ.

About admins14