ສະມາຊິກສະພາແຫ່ງຊາດ ເຂດ 11 ເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 3ະດິງ

ໃນວັນທີ 13 ກັນຍາ 2022 ທ່ານ ປອ ສຸວັນນີ ໄຊຊະນະ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພົບປະພໍ່ແມ່ປະຊາຊົນບ້ານນ້ຳສາງ, ບ້ານນ້ຳຄູ້ ແລະ ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II, ໂດຍມີການນຳຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານໃຫ້ການຕ້ອນຮັບ.

ການເຄື່ອນໄຫວຄັ້ງນີ້, ຄະນະບ້ານທີ່ກ່ຽວຂ້ອງ ໄດ້ລາຍງານສະພາບລວມ, ທີ່ຕັ້ງ ແລະ ຈຸດພິເສດຂອງບ້ານໃຫ້ທ່ານຜູ້ແທນໄດ້ຮັບຊາບ, ຫຼັງຈາກນັ້ນ, ສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາປະຊາຊົນແຂວງ ກໍ່ໄດ້ພັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ພ້ອມທັງຍົກໃຫ້ເຫັນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍສະເພາະແມ່ນຢາເສບຕິດທີ່ມີຜົນຮ້າຍ ແລະ ເປັນອັນຕະລາຍຕໍ່ຊີວິດ, ທັງໄດ້ຊີ້ນຳໃຫ້ພໍ່ແມ່ປະຊາຊົນຈົ່ງມີສະຕິຕໍ່ກົນອຸບາຍຂອງສັດຕູທີ່ຫວັງມ້າງເພທຳລາຍຄວາມສາມັກຄີຂອງພວກເຮົາ.

ໂອກາດນີ້ ຍັງໄດ້ເປີດໂອກາດໃຫ້ບັນພໍ່ແມ່ປະຊາຊົນຊັກຖາມ ແລະ ສະເໜີບາງບັນຫາທີ່ຂ້ອງໃຈ, ຜູ້ແທນ ແລະ ຂະແໜງການທີ່ກ່ຽວຂ້ອງກໍ່ໄດ້ຕອບຄຳຖາມ ແລະ ຮັບເອົາຄຳສະເໜີຂອງພໍ່ແມ່ປະຊາຊົນເພື່ອນຳໄປປຶກສາຫາລືກັບໝູ່ຄະນະພິຈາລະນາແກ້ໄຂຕາມຄວາມເໝາະສົມ.

About admins14