ພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ

ກອງປະຊຸມ ສ້າງແຜນກໍານົດພະນັກງານນໍາພາ – ຄຸ້ມຄອງພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ໄລຍະປີ 2021- 2025 ໄດ້ຈັດຂຶ້ນໃນວັນທີ 1 ກຸມພາ 2022 ຢູ່ໂຮງຮຽນ ມ.ສ ສີທ່ານາໄຊ ໂດຍການເປັນປະທານຂອງ ທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເຂົ້າຮ່ວມໂດຍທ່ານ ນາງ ແຕງທອງ ພັນປະດິດ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະຮັບຜິດຊອບຂັ້ນກະຊວງ, ແຂວງ, ຄະນະພະແນກ ແລະ ພະນັກງານ – ລັດຖະກອນເຂົ້າຮ່ວມ.

ທ່ານ ວັນຄໍາ ຈັນທະວົງ ຫົວໜ້າຂະແໜງຈັດຕັ້ງ – ພະນັກງານ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດ ແຜນການກຳນົດພະນັກງານນຳພາ-ຄຸ້ມຄອງ ໃນໄລຍະຜ່ານມາ ທີ່ໄດ້ສຸມໃສ່ຫຼາຍວຽກງານສຳຄັນ ໂດຍສະເພາະໄດ້ຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນສະເພາະໜ້າ ແລະ ຍາວນານ, ຊັບຊ້ອນຈັດວາງພະນັກງານ ເຂົ້າແຕ່ລະຕຳແໜ່ງງານຕາມຄວາມເໝາະສົມ, ຜ່ານການຈັດຕັ້ງປະຕິບັດ ເຫັນວ່າ: ພາຍຫຼັງສໍາເລັດການຮັບຮອງເອົາແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກສຶກສາທິການ ແລະ ກິລແຂວງ ປີ 2018-2021 ແລະ ກອງປະຊຸມໃຫ່ຍ ຄັ້ງທີ VI ຂອງຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ເຊິ່ງໄດ້ຮັບຮອງເອົາມະຕິກອງປະຊຸມໃຫຍ່ ແລະ ຜົນການເລືອກຕັ້ງຂອງຄະນະພັກຮາກຖານ ຈໍານວນ 7 ສະຫາຍ, ຍິງ 1 ສະຫາຍ.

ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ພວກເຮົາທີ່ມີຢູ່ໃນປະຈຸບັນຍັງມີໜ້ອຍ ຖ້າທຽບໃສ່ຄວາມຮຽກຕ້ອງການຂອງຕໍາແໜ່ງງານ ສະນັ້ນ ຈຶ່ງໄດ້ຮັບພະນັກງານທີ່ຍົກຍ້າຍມາຈາກພາກສ່ວນອື່ນຈໍານວນ 8 ສະຫາຍ, ຍິງ 1 ສະຫາຍ, ເລຂາພັກຮາກຖານ ໄດ້ອອກພັກຜ່ອນບໍານານ 1 ສະຫາຍ, ພະນັກງານທີ່ມີຕຳແໜ່ງງານ ຫົວໜ້າຂະແໜງ, ຮອງຂະແໜງໄດ້ອອກພັກຜ່ອນບຳນານ ຈຳນວນ 6 ສະຫາຍ, ເສຍຊີວິດ 1 ສະຫາຍ ແລະ ບັນດາທ່ານທີ່ຢູ່ໃນການຮັບຮອງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງແຕ່ລະຕໍາແໜ່ງງານ ແມ່ນໄດ້ມີການຊັບຊ້ອນຈັດວາງພະນັກງານພາຍໃນຈໍານວນໜຶ່ງ ຕາມຄວາມເໝາະສົມ.

ຫຼັງຈາກນັ້ນ ຍັງໄດ້ເຜີຍແຜ່ມະຕິຕົກລົງສະບັບເລກທິ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄູ້ມຄອງ ແລະ ນິຕິກຳອື່ນໆ.

ນອກນັ້ນ ຍັງໄດ້ຮັບຟັງການແນະນໍາ ກ່ຽວກັບເງື່ອນໄຂ, ຂັ້ນຕອນການທາບທາມ ແລະ ໄດ້ມີການປ່ອນບັດ ຄັດເລືອກບຸກຄາລາກອນຮອບທີ 1 ເພື່ອບັນຈຸເຂົ້າໃນການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ ປີ 2021-2025 ຂອງພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ໄດ້ຮັບຜົນດີ ແລະ ແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການແຕ່ລະໜ້າທີ່ວຽກງານຕາມຕົວຈິງ ກອງປະຊຸມຈະດໍາເນີນໄປເປັນເວລາ 3 ວັນ ຮອດວັນທີ່ 3 ກຸມພາ 2022 ຈຶ່ງຈະສິ້ນສຸດລົງ.

About admins16