ຝຶກອົບຮົມ ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນພາກເອກະຊົນ ທີ່ເມືອງ ທ່າພະບາດ

    ໃນລະຫວ່າງວັນທີ 2 – 3 ກຸມພາ 2022 ຢູ່ທີ່ ຫ້ອງປະຊຸມປົກຄອງເມືອງ ທ່າພະບາດ ຫຼັງເກົ່າ, ໄດ້ຈັດຊຸດຝຶກອົບຮົມການສົ່ງເສີມ ແລະ ຄຸ້ມຄອງການລົງທຶນພາກເອກະຊົນຂື້ນ, ໂດຍການເປັນປະທ່ານຮ່ວມຂອງ ທ່ານ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງ ທ່າພະບາດ, ທ່ານ ບຸນຍອດ ລໍວັນໄຊ ຮອງພະແນກແຜນການ ແລະ ການລົງທຶນ ແຂວງ ບໍລິຄຳໄຊ, ໂດຍມີພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຫ້ອງການແຜນການ 7 ຕົວເມືອງ ເຂົ້າຮ່ວມ.

     ວຽກງານສົ່ງເສີ່ມການລົງທຶນພາຍໃນ ແລະ ຕ່າງປະເທດ ເປັນວຽກງານໜື່ງທີ່ມີຄວາມສຳຄັນຫຼາຍ ທີ່ຈະດຶງດູດເອົາທຶນຮອນ, ເຕັກນິກວິຊາການ ເພື່ອປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມ ຂອງແຂວງ.

ໃນການຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ໃຫ້ແກ່ພະນັກງານທີ່ເຮັດວຽກງານຄຸ້ມຄອງ ແລະ ສົ່ງເສີມການລົງທຶນ ເຊິ່ງຈະຕ້ອງຮູ້ກ່ຽວກັບກົດໝາຍສົ່ງເສີມການລົງທຶນ, ນິຕິກຳຕ່າງໆກ່ຽວກັບການລົງທຶນ ແລະ ກົດໝາຍອື່ນໆ ທີ່ພົວພັນກັບການລົງທືນ ເປັນຕົ້ນ: ກົດໝາຍແຮ່ທາດ, ກົດໝາຍປ່າໄມ້, ກົດໝາຍສິ່ງແວດລ້ອມ ແລະ ອື່ນໆ.

ພ້ອມດຽວກັນນັ້ນ ກໍ່ຕ້ອງຮູ້ຂັ້ນຕອນອະນຸມັດການລົງທືນ ວ່າ: ຂັ້ນແຂວງ, ຂັ້ນເມືອງ ສາມາດອະນຸມັດມຸນຄ່າການລົງທຶນເທົ່າໃດ  ແລະ ກົນໄກການລົງທືນປະຕູດຽວ, ນອກນີ້ວຽກງານຕິດຕາມ, ຄຸ້ມຄອງ, ປະເມີນຜົນ ກໍ່ເປັນວຽກງານໜື່ງທີ່ມີຄວາມສຳຄັນ ແລະ ອີກຢ່າງໜື່ງກໍ່ເພື່ອໃຫ້ທີມງານຂັ້ນແຂວງ ແລະ ຂັ້ນເມືອງ ຮັບຮູ້ກ່ຽວກັບຂັ້ນຕອນ, ການຄຸ້ມຄອງ ແລະ ນະໂຍບາຍສົ່ງເສີມການລົງທືນ ກ່ຽວກັບວຽກງານສົ່ງເສີ່ມການລົງທືນ ແລະ ການອະນຸມັດການລົງທືນຮູບແບບເຊົາທີ່ດີນພົນລະເມືອງລາວ ແລະ ຮູບແບບ 1 + 2 + 3  ແລະ ການຄຸ້ມຄອງສິ່ງແວດລ້ອມ, ຄຸ້ມຄອງແຮງງານ, ຄຸ້ມຄອງສານເຄມີ ແລະ ດຳເນີນໂຄງງານແບບ GAP.

 

 

 

 

 

About admin11