ພະແນກຍຸຕິທໍາແຂວງບໍລິຄໍາໄຊ ເຂົ້າຮ່ວມປະຊຸມວຽກງານຍຸຕິທໍາ ປີ 2021

ໃນວັນທີ 31 ມັງກອນ 2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທໍາແຂວງ ພ້ອມດ້ວຍຄະນະ ແລະ ຫົວໜ້າຂະແໜງ ເຂົ້າຮ່ວມປະຊຸມວຽກງານຍຸຕິທໍຳ ຮາກຖານທົ່ວປະເທດ ປະຈໍາປີ 2021 ດ້ວຍຮູບແບບອອນລາຍ. ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລີພາ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ.

ການເຂົ້າຮ່ວມປະຊຸມວຽກງານຍຸຕິທໍາປະຈໍາປີ 2021 ແບບອອນລາຍ ຄັ້ງນີ້ ພະນັກງານການນໍາພະແນກຍຸຕິທໍາແຂວງບໍລິຄຳໄຊ ກໍໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບວຽກງານຍຸຕິທໍາ ປະຈຳປີ 2021 ແລະ ວາງຄາດໝາຍທິດທາງແຜນການປີ 2022 ໂດຍທ່ານ ຄໍາພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຍຸຕິທໍາ ເຊີ່ງມີທັງດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງຈຳນວນໜື່ງທີ່ທ່ານ ປະທານກອງປະຊຸມ ໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຢ່າງເຄັ່ງຄັດ ເຊັ່ນ: ບັນດາຫົວໜ້າກົມ ຫົວໜ້າພະແນກແຕ່ລະແຂວງ ຕ້ອງໄດ້ສົມທົບກັບການປົກຄອງແຂວງ ແລະ ກະຊວງຍຸຕິທໍາເພື່ອຊອກວິທີແກ້ໄຂໃຫ້ທ່ວງທັນເວລາ ໂດຍຈັດຕັ້ງປະຕິບັດວຽກງານດັ່ງກວ່ານີ້ ຄຽງຄູ່ກັບສອງວາລະແຫ່ງຊາດໃຫ້ໄດ້ຕາມຄາດໝາຍ ແລະ ເຮັດໃຫ້ວຽກງານຍຸຕິທໍາມີການພັດທະນາຂື້ນເລື່ອຍໆໃນຕໍ່ໜ້າ.

About admins16