ພະແນກສຶກສາທິການ ແລະ ກິລາແຂວງ ຈັດພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ແລະ ຖາມ-ຕອບວິທະຍາສາດທົ່ວແຂວງ

ການສະເຫຼີມສະຫຼອງ ແລະ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ: ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 27 ປີ (7 ຕຸລາ 1994 – 7 ຕຸລາ 2021) ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 76 ປີ ( 12 ຕຸລາ 1945 – 12 ຕຸລາ 2021) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ຕຸລາ 2021 ຢູ່ຫ້ອງປະຊຸມສູນ ICT ຂອງແຂວງບໍລິຄໍາໄຊ ຜ່ານຮູບແບບທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າ 13 ຂະແໜງການ, ຫົວໜ້າສູນ, ຫົວໜ້າຫ້ອງການກໍາມາທິການສຶກສາສົງ, ຜູ້ອໍານວຍການໂຮງຮຽນທີ່ຂື້ນກັບ, ພ້ອມດ້ວຍວິທະຍາໄລພາກເອກະຊົນ  ເຂົ້າຮ່ວມ.

ໃນພິທີ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຍົກໃຫ້ເຫັນວ່າ: ເຖິງແມ່ນວ່າ ຄູ – ອາຈານ ໄດ້ມີຜົນສຳເລັດຫຼາຍດ້ານ ໃນໄລຍະຜ່ານມາ, ແຕ່ພວກເຮົາກໍໄດ້ປະເຊີນກັບສິ່ງທ້າທາຍ ແລະ ທົດສອບຫຼາຍຢ່າງ ເປັນຕົ້ນແມ່ນ: ການແຜ່ລະບາດຂອງພະຍາດໂຄວິດ-19, ຄູອາຈານຈຳນວນໜຶ່ງ ມີການເສື່ອມທາດທາງດ້ານຈັນຍາບັນ-ຈັນຍາທຳ, ເກີດພະຍາດຂາດການຄົ້ນຄວ້າ ສອນແຕ່ແນວເກົ່າ ບໍ່ຄົ້ນຄິດວິທີການສອນ-ການວັດຜົນ-ປະເມີນຜົນແບບໃໝ່, ຈຳນວນໜຶ່ງພົວພັນກັບສິ່ງເສບຕິດ ຫຼິ້ນກິນຟຸມເຟືອຍ ແລະ ພົວພັນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.

ຍ້ອນແນວນີ້, ມັນຮຽກຮ້ອງໃຫ້ພວກເຮົາຈະຕ້ອງໄດ້ພ້ອມກັນບຸກທະລຸ, ເລັ່ງທວງເອົາກຽດສັກສີ, ຄຸນງາມຄວາມດີຂອງບັນພະບູລຸດ ຄູປະຕິວັດອາວຸໂສທີ່ໄດ້ຝາກໄວ້ ມາຍັງຄູຮຸ້ນປະຈຸບັນ ແລະ ຮຸ້ນສືບທອດ ຈົ່ງໄດ້ ເພີ່ມທະວີສ້າງຕົນໃຫ້ຄົບອົງປະກອບຂອງຈັນຍາບັນຄູລາວ ຄື: ມີຈັນຍາບັນຕໍ່ຕົນເອງ, ຕໍ່ວິຊາຊີບ, ຕໍ່ການຈັດຕັ້ງ ແລະ ຕໍ່ປະຊາຊົນ-ສັງຄົມ ດັ່ງນີ້: ຈັນຍາບັນຕໍ່ຕົນເອງ, ຈັນຍາບັນຕໍ່ວິຊາຊີບ, ຈັນຍາບັນຕໍ່ການຈັດຕັ້ງ, ຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ ບໍລິການຮັບໃຊ້ປະຊາຊົນດ້ວຍຄວາມເຕັມໃຈ, ມີຄວາມດຸໝັ່ນເປັນແບບຢ່າງໃນການປະພຶດທີ່ດີໃຫ້ແກ່ສັງຄົມ, ມີນໍ້າໃຈເສຍສະຫຼະ ແລະ ຮັກສາກຽດສັກສີ ຂອງຄູລາວ.

ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ຍັງໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ຄູ-ອາຈານ, ນັກຮຽນ-ນັກສຶກສາທຸກຄົນ ຕ້ອງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ເປັນພົນລະເມືອງດີຂອງຊາດ, ເຄົາລົບນັບຖື ແລະ ປະຕິບັດກົດໝາຍໃຫ້ຖືກຕ້ອງ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຈິດໃຈບຸກທະລຸ ແລະ ຕິດພັນກັບການຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ ຄື: ສອນດີ-ຮຽນເກັ່ງ, ຕ້ານ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້, ສະຖານທີ່ການສຶກສາໃຫ້ມີສິ່ງແວດລ້ອມທີ່ດີ.

ພ້ອມກັນນັ້ນ ຍັງປະຕິບັດ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ໂດຍສຸມໃສ່ສ້າງບຸກຄະລາກອນທີ່ດີໃຫ້ແກ່ສັງຄົມ, ການພັດທະນາໃຫ້ໂຮງຮຽນກາຍເປັນໂຮງຮຽນຕົວແບບ, ເປັນໂຮງຮຽນສີຂຽວ, ສະອາດ-ສວຍງາມເຮັດໃຫ້ໂຮງຮຽນເປັນບ່ອນດຶງດູດຈິດໃຈ, ເປັນບ່ອນນັບຖື ແລະ ເຊື່ອຖືຂອງຄົນໃນສັງຄົມ, ປັບປຸງລະບຽບແບບແຜນວິທີເຮັດວຽກ, ແບບແຜນວິທີນໍາພາ, ປັບປຸງ, ປ່ຽນແປງ ແລະ ໝູນໃຊ້ ວິທີການສິດສອນທີ່ຫຼາກຫຼາຍ, ມີຫຼາຍຮູບ, ຫຼາຍສີ ບັນຫາສໍາຄັນການສິດສອນຂອງຄູຕ້ອງເຮັດໃຫ້ຜູ້ຮຽນກໍາໄດ້ເນື້ອໃນຈິດໃຈຕົ້ນຕໍຂອງບົດຮຽນນັ້ນໆ ແລະ ສາມາດນໍາໃຊ້ເຂົ້າໃນຊີວິດປະຈໍາວັນຕົວຈິງໄດ້.

ຈາກນັ້ນ ຍັງໄດ້ຈັດຕັ້ງຖາມ-ຕອບວິທະຍາສາດ ໂດຍນ້ອງນັກຮຽນທີ່ຕາງໜ້າໃຫ້ເມືອງ 7 ຕົວເມືອງພາຍໃນແຂວງບໍລິຄໍາໄຊ, ວິຊາທີ່ນໍາມາແຂ່ງຂັນໃນຄັ້ງນີ້ປະກອບມີ 5 ວິຊາຫຼັກ ຄື: ວິຊາພາສາລາວ+ວັນນະຄະດີ, ວິຊາຄະນິດສາດ, ວິຊາຟີຊິກສາດ, ວິຊາເຄມີສາດ ແລະ ວິຊາຄວາມຮູ້ຮອບຕົວ.

ສໍາລັບຜົນການແຂ່ງຂັນການຖາມ – ຕອບວິທະຍາສາດທົ່ວແຂວງໃນຄັ້ງນີ້ ອັນດັບທີ: 1 ແມ່ນຕົກເປັນຂອງເມືອງທ່າພະບາດ, ອັນດັບທີ 2 ແມ່ນເມືອງ ປາກກະດິງ, ອັນດັບທີ 3 ແມ່ນ ເມືອງປາກຊັນ.

ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ນີ້ ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຍັງອວຍພອນໄຊອັນປະເສີດໄປຍັງການນໍາພັກ-ລັດ ທຸກຂັ້ນ ທີ່ໄດ້ເອົາໃຈໃສ່ໃຫ້ທິດຊີ້ນໍາ ແລະ ໃຫ້ຄວາມສໍາຄັນຕໍ່ວຽກງານການສຶກສາຕະຫຼອດມາ, ຜູ້ບໍລິຫານການສຶກສາ ແລ ກິລາ ທຸກຂັ້ນ, ພະນັກງານຄູ-ອາຈານ, ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ກໍ່ຄືປວງຊົນຊາວແຂວງບໍລິຄໍາໄຊຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນທຸກປະການ.

About admins16