ຫ້ອງວ່າການແຂວງບໍລິຄໍາໄຊ ມອບລົດຊິ້ງ ຄູໂບຕ່າ ຊຸກຍູ້ວຽກງານ ປກຊ ຊາຍແດນ

ເພຶ່ອເປັນການປະກອບສ່ວນ ພາຫະນະຮັບໃຊ້ເຂົ້າໃນວຽກງານທີ່ຈໍາເປັນ ໃນການຈັດຕັ້ງປະຕິບັດວຽກງານ ຂອງກົມກອງ ກໍາລັງ ປກຊ ຢູ່ບັນດາເຂດຫ່າງໄກສອກຫຼີກ.

ໃນຕອນບ່າຍວັນທີ 6 ຕຸລາ 2021 ຢູ່ຫ້ອງວ່າການແຂວງ ບໍລິຄໍາໄຊ ທ່ານ ສົມໃຈ ຄຸນພະໄຊ ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຄະນະ ໄດ້ນໍາເອົາລົດຊິ້ງ ຍີ່ຫໍ ຄູໂບຕາ ລະບົບ 4 ເກຍ 140 ແຮງມ້າ ຈໍານວນ 1 ຄັນ ມູນຄ່າ 50.750.000 ກີບ ນໍາມາມອບໃຫ້ກັບ ກອງບັນຊາການທະຫານແຂວງ ບໍລິຄໍາໄຊ ເພຶ່ອນໍາໄປມອບຕໍ່ໃຫ້ກັບ ກອຍຮ້ອຍທະຫານຊາຍແດນ ຄ 251 ເຂດທອງມີໄຊ ເມືອງວຽງທອງ ແຂວງ ບໍລິຄໍາໄຊ ເພຶ່ອຮັບໃຊ້ເຂົ້າໃນວຽກງານລວມພາຍໃນກົມກອງ.

ເປັນກຽດຮັບໂດຍທ່ານ ພັນໂທ ທອງພັນ ແກ້ວປະເສີດ ຫົວໜ້າ ພະແນກ ທະຫານຊາຍແດນ ກອງບັນຊາການທະຫານແຂວງ ບໍລິຄໍາໄຊ ພ້ອມດ້ວຍ ພະນັກງານ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

About admins16