ປະທານສະພາ ມອບເຄື່ອງໃຫ້ຄະນະສະເພາະກິດຂັ້ນບ້ານ ແລະ ສູນກັກກັນປິ່ນປົວໂຄວິດ

ໃນວັນທີ 4 ຕຸລາ 2021 ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ສະມາຊິກສະພາປະຊາຊົນເມືອງປາກຊັນ ໄດ້ນໍາເອົາເຄື່ອງບໍລິໂພກ ປະເພດນໍ້າດື່ມ, ໝີ່ສໍາເລັດຮູບ, ໄຂ່ ແລະ ກາເຟ ລວມມູນຄ່າທັງໝົດ 3 ລ້ານກວ່າກີບ ມອບໃຫ້ຄະນະສະເພາະກິດຂັ້ນບ້ານ ສູນກັກກັນ ແລະ ສູນປິ່ນປົວໂຄວິດ-19 ຢູ່ເມືອງປາກຊັນ.

ການມອບເຄື່ອງຄັ້ງນີ້ ລວມມີ 6 ຈຸດ ຄື: ສູນກັກກັນໂຄວິດ-19 ໜອງສາມຂາ ມີຜູ້ກັກກັນ 57 ຄົນ, ຍິງ 33 ຄົນ ໃນນີ້ ມີນັກຮຽນ 29 ຄົນ, ແຮງງານລາວມາຈາກຕ່າງປະເທດ 28 ຄົນ, ສູນກັກກັນບ້ານທົ່ງນ້ອຍ ມີ 18 ຄົນ, ຍິງ 11 ຄົນ, ເດັກນ້ອຍ 1 ຄົນ ແລະ ບ່ອນກັກກັນຢູ່ພາຍໃນເຮືອນ 24 ຄົນ, ຍິງ 8 ຄົນ , ເດັກນ້ອຍ 6 ຄົນ ຜູ້ທີ່ຖືກກັກກັນ ແມ່ນເປັນປະຊາຊົນພາຍໃນບ້ານທົ່ງນ້ອຍ, ສູນກັກກັນບ້ານສີວິໄລ ທີ່ກັກກັນພາຍໃນຄອບຄົວເຮືອນຕົນເອງ  ຈໍານວນ 6 ຄອບຄົວ ມີ 21 ຄົນ, ຍິງ 13 ຄົນ, ສູນກັກກັນ ບ້ານສີມຸງຄຸນ 1 ຄອບຄົວ 2 ຄົນ, ຍິງ 1 ຄົນ, ສູນປິ່ນປົວໂຄວິດ-19 ຊາວໜຸ່ມແຂວງ 32 ຄົນ, ຍິງ 22 ຄົນ ທີ່ມີອາການເບົາບາງ ແລະ ສູນປິ່ນປົ່ວໂນນຫຼັກ 6 ມີ 6 ຄົນ, ຍິງ 2 ຄົນ, ສໍາລັບສູນນີ້ ແມ່ນຜູ້ຕິດເຊື່ອທີ່ມີອາການໜັກ ໂດຍແມ່ນມີແພດໝໍ ຈາກໂຮງໝໍແຂວງ ປະຈໍາປົກກະຕິ ໂດຍມີອຸປະກອນການແພດຄົບຊຸດ.

ແຕ່ລະຈຸດ ທ່ານປະທານສະພາປະຊາຊົນແຂວງ ພ້ອມຄະນະ ກໍ່ໄດ້ຮັບຟັງການລາຍງານ ການຈັດຕັ້ງວຽກງານຂອງຄະນະສະເພາະກິດຂອງແຕ່ລະສູນ.

ຈຸດປະສົງ ທີ່ສະມາຊິກສະພາປະຊາຊົນແຂວງ ແລະ ສະມາຊິກສະພາປະຊາຊົນຂັ້ນເມືອງປາກຊັນ ລົງມາໃນໃນຄັ້ງນີ້ ກໍ່ເພື່ອເປັນການກະຕຸກຊຸກຍູ້ໃຫ້ກໍາລັງໃຈພະນັກງານແພດໝໍ, ອ້າຍນ້ອງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະສະເພາະກິດຂັ້ນບ້ານຕ່າງໆ ທີ່ກໍາລັງປະປະຕິບັດວຽກງານຂອງຕົນໃນປະຈຸບັນ, ພ້ອມທັງຮຽກຮ້ອງໃຫ້ເອົາໃຈໃສ່ຢ່າງເຂັ້ມງວດ ໃນການກວດກາເວນຍາມ, ການເຂົ້າອອກຂອງພໍ່ແມ່ປະຊາຊົນພາຍໃນບ້ານ ທັງນີ້ກໍ່ເພື່ອຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ມີການຂະຫຍາຍຕົວອອກເປັນວົງກວ້າງ.

About admins14