ສຶກສາແຂວງ ເຜີຍແຜ່ເຊື່ອມຊຶມມະຕິ ວ່າດ້ວຍວັດທະນະທຳໄລຍະໃໝ່

ກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທຳໃນໄລຍະໃໝ່ ຂົງເຂດສຶກສາ ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດ 2021 ທີ່ສະໂມສອນ ໂຮງຮຽນ ມ.ສ ສີທ່ານາໄຊ ໃຫ້ກຽດເຜີຍແຜ່ເອກະສານຂອງທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າ-ຮອງຂະແໜງ, ຜູ້ອໍານວຍການ ມ.ສ, ມ.ປາຍ, ສູນພັດທະນາຄູ, ສູນການສຶກສານອກໂຮງຮຽນ, ສູນ ICT, ພະນັກງານວິຊາການ ແລະ ຄູ-ອາຈານ ເຂົ້າຮ່ວມ.

ທ່ານ ລົມ ແພງສຸກ ຍົກໃຫ້ເຫັນບາງເນື້ອໃນຈິດໃຈຂອງມະຕິວ່າດ້ວຍ ການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທຳໃນໄລຍະໃໝ່ ວ່າ: ໃນໄລຍະຜ່ານມາ ພັກເຮົາໄດ້ຕັ້ງໜ້ານໍາພາ – ຊີ້ນໍາ ປັບປຸງວຽກງານວັດທະນະທໍາຢ່າງຕໍ່ເນື່ອງ ເຊີ່ງໄດ້ເຮັດໃຫ້ທັດສະນະ ແລະ ຄວາມຮັບຮູ້ ກ່ຽວກັບວັດທະນະທໍາ ໄດ້ຮັບການປັບປຸງ-ພັດທະນາ ແລະ ຍົກລະດັບຂຶ້ນ, ການກໍ່ສ້າງຊີວິດວັດທະນະທໍາໃໝ່ ການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ໄດ້ດໍາເນີນໄປດ້ວຍທ່ວງທ່າຂະຫຍາຍຕົວ ຢ່າງເປັນຂະບວນການຟົດຟື້ນ-ຕໍ່ເນື່ອງ ແລະ ກ້ວາງຂ້ວາງ, ວັດທະນະທໍາຂອງຊາດ ຂອງເຜົ່າແຕ່ລະທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໄດ້ຮັບການປົກປັກຮັກສາ-ຜີຍແຜ່ ໂຄສະນາຢ່າງບໍ່ຢຸດຢັ້ງ, ສະຕິຊາດ ຄວາມເປັນເອກະພາບ ຄວາມສາມັກຄີ ອັນເປັນປຶກແຜ່ນຂອງຊາດເຮົາ ສືບຕໍ່ໄດ້ຮັບການເພີ່ມທະວີ ຢ່າງແໜ້ນແຟ້ນ.

 ວັດທະນະທໍາ ແມ່ນຄຸນຄ່າທາງດ້ານວັດຖຸ ແລະ ຈິດໃຈ ທີ່ສ້າງຂື້ນໃນຂະບວນວິວັດ ແຕ່ລະໄລຍະປະຫວັດສາດ ແຫ່ງການກໍາເນີດ ຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມມະນຸດ, ພັກປະຊາຊົນປະຕິວັດລາວ ຍາມໃດກໍ່ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານວັດທະນະທໍາ ໂດຍຖືວ່າ ແມ່ນຄຸນລັກສະນະ ແລະ ປັດໃຈພື້ນຖານ ຂອງການດໍາລົງຄົງຕົວຂອງຊາດ ແມ່ນຈຸດໝາຍຂອງການພັດທະນາສັງຄົມ ແລະ ເສີມຂະຫຍາຍ ຄວາມສີວີໄລທາງດ້ານວັດທະນະທໍາ ໃຫ້ເປັນພື້ນຖານແຫ່ງຊີວິດສັງຄົມຂອງຊາດລາວ.

ໂດຍສຸມໃສ່ດໍາເນີນວຽກງານສຶກສາອົບຮົມ ສ້າງຄຸນສົມບັດສິນທໍາກ້າວໜ້າ ແລະ ແບບແຜນການດໍາລົງຊີວິດອັນສົດໃສ ສ້າງວັດທະນະທໍາອັນເປັນເອກະລັກຂອງຊາດ ລັກສະນະມະຫາຊົນ ແລະ ລັກສະນະກ້າວໜ້າ ປະກອບສ່ວນສໍາຄັນເຂົ້າໃນການຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສັງຄົມມີຄວາມສະຫງົບ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ-ປົວແປງ ແລະ ຍົກລະດັບດີຂຶ້ນເທື່ອລະກ້າວ ບົນພື້ນຖານການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຊີ້ນໍາ ທີ່ກໍານົດອອກໃນບັນດາມະຕິຂອງພັກ ໂດຍສະເພາະແມ່ນມະຕິ 9 ສະໄໝທີ 5 ປີ 1994 ກ່ຽວກັບວຽກງານວັດທະນະທໍາໃນໄລຍະໃໝ່ນັ້ນ ພື້ນຖານວັດທະນະທໍາຈໍານວນໜຶ່ງ ໄດ້ຮັບການຟື້ນຟູ ແລະ ປົກປັກຮັກສາ ບູລະນະປະຕິສັງຂອນ ເປັນຕົ້ນ ວັດວາອາຣາມ ໄດ້ສໍາຫຼວດ ກອບກູ້ວັດຖຸບູຮານ-ສະຖາບູຮານທີເປັນມໍລະດົກ ທາງດ້ານວັດທະນະທໍາ ແລະ ທາງດ້ານປະຫວັດສາດຂອງຊາດ ໄດ້ປັບປຸງກໍ່ສ້າງ ເຊັ່ນ: ຫໍພິພິທະພັນ ຫໍສະໝຸດ ຫໍຫຼັກເມືອງແຫ່ງຕ່າງໆ ບັນດາອານຸສອນສະຖານ ປັ້ນຫຼໍ່ ແລະ ປະດິດສະຖານ ອານຸສາວະລີບັນພະບູລຸດ ແລະ ຜູ້ນໍາການປະຕິວັດແຕ່ລະລຸ່ນ.

ສິ່ງທີ່ພົນເດັ່ນແມ່ນ ມໍລະດົກທາງດ້ານວັດທະນະທໍາຂອງຊາດເຮົາເຊັ່ນ: ນະຄອນຫຼວງພະບາງ, ວັດພູຈໍາປາສັກ, ໄຫຫີນຊຽງຂວາງ ແລະ ສຽງແຄນລາວ ທີ່ໄດ້ຖືກອົງການ ຢູເນັດໂຄ ຮັບຮອງ ແລະ ຂຶ້ນທະບຽນເປັນມໍລະດົກໂລກ ນອກນັ້ນວັດຖຸບູຮານ-ປູສະນີຍະສະຖານອື່ນໆ ກໍຄືຄຸນຄ່າທີ່ເປັນເອກະລັກດ້ານວັດທະນະທໍາ ໄດ້ຖືກປົກປັກຮັກສາ ແລະ ເສີມຂະຫຍາຍເປັນຢ່າງດີ ຈົນມາເຖິງປະຈຸບັນ.

ພ້ອມນີ້ ຍັງໄດ້ຮັບຟັງການເຜີຍແຜ່ເອກະສານ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນ ແມ່ຍິງລາວ ຄົບຮອບ 66 ປີ (20 ກໍລະກົດ 1955 – 20 ກໍລະກົດ 2021) ໂດຍໄດ້ຫວນຄືນ ປະຫວັດຄວາມເປັນມາຂອງແມ່ຍິງລາວໃນການຕໍ່ສູ້ກູ້ຊາດສະໄໝຈັກກະພັດອາເມລິກາ ແມ່ຍິງລາວເປັນກ້ອນລໍາລັງໜຶ່ງທີ່ຕໍ່ສູ້ຄຽງບ່າຄຽງໄລ່ກັບຜູ້ຊາຍ ສາມາດກອບກູ້ເອົາຜືນແຜ່ນດິນລາວຄືນມາ, ປະຈຸບັນ ກໍາລັງອອກແຮງແຂ່ງຂັນປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວ.

About admins16