ທ້າຍປີ 2021 ບໍລິຄຳໄຊ ຄາດວ່າຈະສາມາດຄວບຄຸມພະຍາດສັດ ຜີວໜັງອັກເສບຮ້າຍແຮງໄດ້

ທົ່ວແຂວງມີງົວ-ຄວາຍ ຕິດເຊື້ອພະຍາດສັດ “ລຳປີສະກີນ” ຫຼື ພະຍາດສັດຜີວໜັງອັກເສບຮ້າຍແຮງ (ງົວ-ຄວາຍ) ທັງໝົດ 10 ພັນກວ່າໂຕ ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລາຍງານກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 4 ສະໄໝ ທີ VII ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 12 ກໍລະກົດ 2021.

ການລະບາດຂອງພະຍາດສັດ “ລຳປີສະກີນ” ຫຼື ພະຍາດສັດຜີວໜັງອັກເສບຮ້າຍແຮງ (ງົວ-ຄວາຍ) ຢູ່ແຂວງບໍລິຄຳໄຊ ໄດ້ເກີດຂຶ້ນໃນກາງເດືອນພຶດສະພາ 2021 ເລີ່ມລະບາດແຕ່ເມືອງທ່າພະບາດ ແລະ ໄດ້ແຜ່ລາມໄປ 7 ຕົວເມືອງ ທົ່ວແຂວງ.

ຕາມການເກັບກຳຂໍ້ມູນ ມາຮອດປະຈຸບັນ ມີສັດຕິດເຊື້ອທັງໝົດ 10.099 ໂຕ, ໃນນັ້ນ ງົວ 10.067 ໂຕ ແລະ ຄວາຍ 32 ໂຕ.

ຕໍ່ບັນຫາດັ່ງກ່າວ ໄດ້ອອກແຈ້ງການ ເຖິງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ອຳນາດການປົກຄອງບ້ານ ແລະ ປະຊາຊົນ ກ່ຽວກັບມາດຕະການສະກັດກັ້ນ ໂດຍຫ້າມນຳເຂົ້າຊົ່ວຄາວສັດໃຫຍ່ ແລະ ຜະລິດຕະພັນສັດໃຫຍ່, ຫ້າມເຄື່ອນຍ້າຍງົວ-ຄວາຍ ລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ບ້ານຕໍ່ບ້ານ ແລະ ແຍກສັດທີ່ເປັນພະຍາດອອກຈາກສັດທີ່ບໍ່ທັນຕິດເຊື້ອ, ໄດ້ຈັດກອງປະຊຸມ ວາງມາດຕະການຮ່ວມກັບຜູ້ປະກອບການລ້ຽງສັດ, ໂຮງຂ້າສັດ ເພື່ອຈຳກັດການເຄື່ອນຍ້າຍ ແລະ ການຂ້າສັດ, ພ້ອມນັ້ນ ໄດ້ແຕ່ງວິຊາການສັດຕະວະແພດ ລົງຕິດຕາມປິ່ນປົວສັດ, ເກັບກຳຂໍ້ມູນຢ່າງໃກ້ຊິດ ແລະ ເອົາໃຈໃສ່ເກັບຕົວຢ່າງສົ່ງໄປວິໄຈ, ຜ່ານການຈັດຕັ້ງປະຕິບັດ ສາມາດປີ່ນປົວສັດທີ່ຕິດເຊື້ອພະຍາດ ຫາຍດີແລ້ວ 6.759 ໂຕ, ສັດຕາຍ 31 ໂຕ ແລະ ກຳລັງປິ່ນປົວ 3.290 ໂຕ.

ສໍາລັບມາດຕະການສະກັດກັ້ນໃນສະເພາະໜ້າ ແມ່ນຈະສືບຕໍ່ໂຄສະນາເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວ ພ້ອມທັງແນະນຳວິທີປ້ອງກັນ-ປີ່ນປົວຢ່າງຖືກຕ້ອງ ແລະ ລາຍງານໃຫ້ວິຊາການຮັບຮູ້-ຊ່ວຍປິ່ນປົວໄດ້ທັນເວລາ, ສືບຕໍ່ສະກັດກັ້ນການເຄື່ອນຍ້າຍສັດຊະຊາຍ ແລະ ຈຳກັດການຂ້າສັດຢູ່ໂຮງຂ້າສັດ ໃນເຂດທີ່ມີການລະບາດ ແລະ ໃຫ້ຫ້ອງການກະສິກຳເມືອງ ແຕ່ງວິຊາການລົງຊ່ວຍແນະນຳປະຊາຊົນ ໃນການນຳໃຊ້ຢາປິ່ນປົວສັດໃຫ້ຖືກຕ້ອງຕາມຫຼັກວິຊາການ ແລະ ຄາດວ່າ ທ້າຍປີ 2021 ບໍລິຄຳໄຊຄາດວ່າຈະສາມາດຄວບຄຸມພະຍາດສັດຜີວໜັງອັກເສບຮ້າຍແຮງໄດ້.

About admins14