ປິດສະຫຼຸບວຽກງານຮາກຖານການເມືອງ ພັດທະນາຈຸດສຸມເຂດໃຈກາງ ບ້ານຜາຂອດ

ພິທີປິດສະຫຼຸບວຽກງານຮາກຖານການເມືອງ ພັດທະນາຈຸດສູມໃຈກາງບ້ານຜາຂອດ ເມືອງວຽງທອງ ແຂວງບໍລີຄຳໄຊ ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດ 2021 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ເຂົ້າຮ່ວມໂດຍທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ມີທ່ານ ພັນເອກ ສາຍສະໝອນ ພາລາມີໄຊ ຮອງຫົວໜ້າກົມໃຫຍ່ສັນຕີບານ ກະຊວງ ປກສ, ມີຄະນະຊີ້ນຳວຽກງານຮາກຖານຂັ້ນແຂວງ, ຂັ້ນເມືອງ, ຄະນະປະຕິບັດງານ ແລະ ອໍານາດການປົກຄອງບ້ານຜາຂອດ ເຂົ້າຮ່ວມ.

ທ່ານ ພັນໂທ ສີຂັນໄຊ ໄຊມົນຕີ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ ບໍລິຄຳໄຊ ຫົວໜ້າຄະນະລົງກໍ່ສ້າງຮາກຖານການເມືອງ ພັດທະນາເຂດຈຸດສູມໃຈກາງບ້ານຜາຂອດ ໄດ້ສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານຕະຫຼອດໄລຍະຜ່ານມາ ເຫັນວ່າ ຄະນະຮັບຜິດຊອບໄດ້ລົງສົມທົບອຳນາດການປົກຄອງບ້ານ ນຳເອົາບັນດາມະຕິ, ຄຳສັ່ງ, ກົດໝາຍ, ດຳລັດທີ່ກ່ຽວຂ້ອງ ລົງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ໃນທ້ອງຖີ່ນແຕ່ລະໄລຍະ ພ້ອມເກັບກຳສະຖິຕິດ້ານເສດຖະກິດ-ສັງຄົມ.

ບ້ານຜາຂອດ ປະກອບມີ 5 ໜ່ວຍ, ມີ 69 ຄອບຄົວ, ມີ 69 ຫຼັງຄາເຮືອນ, ຈໍານວນພົນ 618 ຄົນ, ຍິງ 332 ຄົນ, ໄດ້ຂຶ້ນສໍາມະໂນຄົວແລ້ວ 68 ຄອບຄົວ, ມີຈໍານວນ 568 ຄົນ, ຍິງ 299 ຄົນ, ບໍ່ທັນໄດ້ຂຶ້ນສໍາມະໂນຄົວ 1 ຄອບຄົວ, ຈໍານວນພົນລວມ 5 ຄົນ, ຍີງ 2 ຄົນ, ເປັນບຸກຄົນ 38 ຄົນ, ຍິງ 26 ຄົນ (ມາເປັນໃພ້, ເດັກເກີດໃໝ່).

ຜ່ານການເຄື່ອນໄຫວວຽກງານຕົວຈິງ ເຫັນວ່າ ອຳນາດການປົກຄອງບ້ານມີຄວາມຮັບຮູ້, ເຂົ້າໃຈແຈ້ງ ຕໍ່ກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ພໍ່ແມ່ປະຊາຊົນມີຄວາມຕື່ນຕົວເຂົ້າຮ່ວມຢ່າງເປັນຂະບວນການ ແລະ ພາກສ່ວນຕ່າງໆ ໃຫ້ຄວາມຮ່ວມມືປະຕິບັດຕາມບົດບັນທືກສັນຍາ ປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ເຮັດໃຫ້ສັງຄົມພາຍໃນບ້ານມີຄວາມສະຫງົບໂດຍພື້ນຖານ, ປະກົດການຍໍ້ທໍ້ ຂໍ້ຂັດແຍ່ງທາງສັງຄົມ ໄດ້ຮັບການແກ້ໄຂ ເປັນຕົ້ນແມ່ນ ຂໍ້ຂັດແຍ່ງທາງດ້ານທີ່ດິນ, ຄ້າຂາຍຢາເສບຕິດ, ມີອາວຸດລ່າເນື້ອໄວ້ໃນຄອບຄອງ, ຕັດໄມ້ທຳລາຍປ່າເຂດຫວງຫ້າມ ໄດ້ຮັບການແກ້ໄຂ.

ພ້ອມນັ້ນ ປະຊາຊົນໄດ້ມີຄວາມຕື່ນຕົວທຳການຜະລິດເປັນສິນຄ້າ ດ້ວຍການປູກພືດໄລຍະສັ້ນ,ໄລຍະຍາວ, ລ້ຽງສັດປີກ, ສັດໃຫຍ່ ເພື່ອກາຍເປັນສິນຄ້າຫຼາຍຂຶ້ນ.

ທ່ານ ວັນວິໄລ ແດນພູຫຼວງ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ ຜົນງານການຊີ້ນຳ-ນຳພາ ຂອງຄະນະນຳທຸກຂັ້ນ ທີ່ສາມາດປະຕິບັດສຳເລັດໜ້າທີ່ຕາມການມອບໝາຍຂອງພັກ-ລັດ, ພ້ອມນັ້ນ ທ່ານຍັງໄດ້ເນັ້ນໃຫ້ອໍານາດການປົກຄອງຂັ້ນເມືອງ ຈົ່ງໄດ້ລົງຊຸກຍູ້, ຕິດຕາມ ອົງການປົກຄອງຂັ້ນບ້ານ ເປັນປົກກະຕິ, ຕໍ່ເນື່ອງ, ອຳນາດການປົກຄອງບ້ານຜາຂອດ ຈົ່ງໄດ້ຍົກສູງໃນການເຊື່ອມຊຶມຕໍ່ແນວທາງການເມືອງ, ແນວທາງປ້ອງກັນຊາດ-ປ້ອງກັນຄວາສະຫງົບ ຢ່າງຕໍ່ເນື່ອງທົ່ວເຖິງ ແລະ ໃຫ້ກາຍເປັນຄວາມຮັບຜິດຊອບ ເປັນໜ້າທີ່ຂອງໝົດທຸກຄົນ, ຕ້ອງເປັນເຈົ້າການໃນການກຳແໜ້ນສະພາບ, ກໍາຂໍ້ມູນຂ່າວສານດ້ວຍວິທີການ, ຮູບການຕ່າງໆ ໃຫ້ເລີກເຊີ່ງ ແລະ ກ້ວາງຂວາງ, ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນພາຍໃນບ້ານໃຫ້ເປັນປຶກແຜ່ນ, ຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມໃຫ້ໝົດໄປ.

About admins14