ພະແນກຕໍາຫຼວດ ຈະລາຈອນ ປກສ ແຂວງ ສຸມໃສ່ວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງຫຼວງ

 

ໃນຕອນເຊົ້າ ວັນທີ 26 ມີນາ 2021 ນີ້, ພະແນກຕໍາຫຼວດ ຈະລາຈອນ ປກສ ແຂວງບໍລິຄໍາໄຊ ໄດ້ສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ( 05 ເມສາ 1961 – 05 ເມສາ 2021 ), ເຊີ່ງນໍາໂດຍທ່ານ ພັນໂທ ບຸນມີ ລໍວັນໄຊ ຫົວໜ້າພະແນກຕໍາຫຼວດຈະພລາຈອນ ປກສ ແຂວງ.

ທ່ານ ພັນໂທ ບຸນມີ ລໍວັນໄຊ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຈ້ງການຂອງຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ວ່າດ້ວຍການເພີ່ມທະວີວຽກງານວິຊາສະເພາະຈະລາຈອນ ແນ່ໃສ່ເຮັດໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ. ຄຽງຄູ່ກັບວຽກງານຂະບວນການດ້ານຕ່າງໆແລ້ວ, ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ໄດ້ສຸມໃສ່ 04 ວຽກງານຕົ້ນຕໍ ຄື: ວຽກງານໂຄສະນາສຶກສາອົບຮົມ, ໂຄສະນາເຜີຍແຜ່ກົດລະບຽບຈະລາຈອນໃຫ້ພໍ່ແມ່ປະຊາຊົນ, ນັກຮຽນ, ນັກສຶກສາ ກໍ່ຄືຜູ້ຂັບຂີ່ລົດ ໄດ້ຮັບຮູ້ເຂົ້າໃຈ ກົດລະບຽບຈະລາຈອນ, ມີມາລະຍາດທີ່ດີໃນການຂັບຂີ່, ຮູ້ວີທີຂັບຂີ່ລົດທີ່ປອດໄພ ແລະ ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.

ວຽກງານຈັດສັນລະບາຍການສັນຈອນຢູ່ຕາມສາມແຍກ, ສີ່ແຍກ ແລະ ຈຸດຕ່າງໆ ທີ່ມີຄວາມສ່ຽງທີ່ຈະເກີດອຸປະຕິເຫດ ໂດຍໄດ້ຈັດວາງກໍາລັງລົງປະຈໍາຢູ່ແຕ່ລະຈຸດ ເພື່ອລະບາຍການສັນຈອນ ແນ່ໃສ່ເຮັດໃຫ້ການສັນຈອນຕາມທ້ອງຖະໜົນມີຄວາມເປັນລະບຽບຮຽບຮ້ອຍ.

ວຽກງານກວດກາຕິດຕາມສະພາບຕາມເສັ້ນທາງຫຼວງ ເປັນຕົ້ນແມ່ນການກວດກາເອກະສານລົດ, ໃບອະນຸຍາດຂັບຂີ່, ກວດກາເຕັກນິກລົດ ແລະ ສຶກສາອົບຮົມກ່າວເຕືອນ ຜູ້ຂັບຂີ່ທີ່ບໍ່ມີເອກະສານລົດ, ບໍ່ມີໃບອະນຸຍາດຂັບຂີ່ ແລະ ບໍ່ປະຕິບັດຕາມກົດລະບຽບຈະລາຈອນ ແນ່ໃສ່ເພື່ອຮັບປະກັນໃຫ້ແກ່ຜູ້ຂັບຂີ່ ມີສະຕິ, ມີຄວາມລະມັດລະວັງ ແລະ ວຽກງານປະຈໍາການ 24 ຊົ່ວໂມງ ແລະ ແກ້ໄຂອຸປະຕິເຫດ.

ທັງໝົດນັ້ນກໍ່ເພື່ອເຮັດໃຫ້ ຜູ້ໃຊ້ລົດ, ໃຊ້ຖະໜົນ ມີຄວາມຮັບຮູ້, ເຂົ້າໃຈ, ເປັນເຈົ້າການໃນການປະຕິບັດກົດລະບຽບຈະລາຈອນ ແລະ ຮູ້ວິທີການຂັບຂີ່ລົດທີ່ປອດໄພ ແນ່ໃສ່ເຮັດໃຫ້ບັນຫາການເກີດອຸປະຕິເຫດຕາມທ້ອງຖະໜົນຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

 

About admin11