ກອງໂຄສະນາຈະລາຈອນ ລົງເຜີຍແຜ່ລະບຽບການສັນຈອນ ຢູ່ ຮຮ ແຕ່ງຕອງ

  

ຕອນເຊົ້າ ວັນທີ 29 ມີນາ 2021 ນີ້, ກອງໂຄສະນາຈະລາຈອນ ປກສ ແຂວງບໍລິຄໍາໄຊ ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງໃຫ້ນ້ອງນັກຮຽນຊັ້ນມັດທະຍົມ ໂຮງຮຽນ ແຕ່ງທອງ ເມືອງປາກຊັນ ແຂວງບໍລິຄໍາໄຊ ເຊີ່ງນໍາພາທີມງານໂດຍທ່ານ ພັນໂທ ບຸນມີ ລໍວັນໄຊ ຫົວໜ້າພະແນກຕໍາຫຼວດຈາລະຈອນ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ,  ມີທ່ານ ນາງ ແຕ່ງທອງ ພູນສະລິດ ອໍານວຍການໂຮງຮຽນ ແຕ່ງທອງ, ມີບັນດາຄູອາຈານ ແລະ ນ້ອງນັກຮຽນຊັ້ນມັດທະຍົມ ເຂົ້າຮ່ວມ .

ການລົງເຜີຍແຜ່ລະບຽບການສັນຈອນໃນຄັ້ງນີ້ ກໍ່ເພື່ອແນ່ໃສ່ເຮັດໃຫ້ຄູອາຈານ ແລະ ນ້ອງນັກຮຽນ ຜູ້ໃຊ້ລົດໃຊ້ຖະໜົນໄດ້ຮັບຮູ້, ເຂົ້າໃຈ ພ້ອມທັງນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຈະລາຈອນຢ່າງເຂັ້ມງວດ ແນ່ໃສ່ຫຼຸດຜ່ອນການອຸປະຕິເຫດຕາມທ້ອງຖະໜົນຫຼວງ.

ກອງໂຄສະນາຈະລາຈອນ ປກສ ແຂວງບໍລິຄໍາໄຊ ໄດ້ບັນລະຍາຍ ກ່ຽວກັບກົດໝາຍວ່າດ້ວຍການຈະລາຈອນທາງບົກ, ບັນດາເຄື່ອງໝາຍປ້າຍຫ້າມ, ປ້າຍເຕືອນອັນຕະລາຍ, ປ້າຍກໍານົດ, ປ້າຍບອກສິດ, ປ້າຍແນະນໍາຈຸດໝາຍປາຍທາງ, ສາລະບານເດີນລົດ, ລະບຽບວ່າດ້ວຍການຍ່າງ ການຂີ່ລົດຖີບ ການຂັບຂີ່ລົດຈັກລົດໃຫ່ຍ ແລະ ດໍາລັດເລກທີ 188/ນຍ ວ່າດ້ວຍການສັນຈອນທາງບົກ, ການປົກປັກຮັກສາທາງຫຼວງ ແລະ ປັບໃໝຕໍ່ຜູ້ລະເມີດກົດລະບຽບຈາລະຈອນ.

ຈາກນັ້ນ ກໍ່ໄດ້ສາຍພາບວີດີໂອຈາກການບັນຖຶກພາບເຫດການອຸປະຕິເຫດ ເຊີ່ງຍົກໃຫ້ເຫັນສາເຫດຕົ້ນຕໍຂອງການເກິດອຸປະຕິເຫດ, ທີ່ເກີດຈາກສະພາບເຕັກນິກລົດບໍ່ຮັບປະກັນ, ດື່ມສິ່ງມຶນເມົາແລ້ວຂັບລົດ, ການໃຊ້ຄວາມໄວເກີນກໍານົດ, ບໍ່ປ່ອຍສິດ , ລ້ຽວຊ້າຍລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງບໍ່ຮັບປະກັນ ເປັນສາເຫດທີ່ພາໃຫ້ເກີດອະປະຕິເຫດ ເຊີ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ, ຊີວິດ ແລະ ສຸຂະພາບ, ເພ້ອມທັງເນັ້ນໜັກໃຫ້ນ້ອງນັກຮຽນ ຈົ່ງນໍາເອົາຄວາມຮູ້ໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນຊີວິດປະຈໍາວັນ ເປັນຕົ້ນແມ່ນໃຫ້ມີສະຕິ, ມີຄວາມລະມັດລະວັງ, ມີມາລະຍາດທີ່ດີໃນການຂັບຂີ່ ແນ່ໃສ່ເຮັດໃຫ້ບັນຫາອຸປະຕິເຫດຫຼຸດໜ້ອຍຖອຍລົງເປັນກ້າວໆ.

ຕອນທ້າຍ ຍັງໄດ້ຈັດກິດຈະກໍາຖາມ-ຕອບ ເພື່ອທົດສອບຄວາມຮັບຮູ້ຂອງນ້ອງນັກຮຽນອີກດ້ວຍ.

 

About admin11