ງານປະກວດສິລະປະ ວັນນະຄະດີ ນັກຮຽນສາຍສາມັນ ຄັ້ງທີ VII ທົ່ວເມືອງປາກກະດິງ

  

ງານປະກວດສິລະປະ ວັນນະຄະດີ ນັກຮຽນສາຍສາມັນ ຄັ້ງທີ VII ທົ່ວເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 26 ມີນາ 2021ນີ້ ຢູ່ທີ່ສະໂມສອນໂຮງຮຽນມັດທະຍົມສຶກສາ ປາກກະດິງ, ພາຍໃຕ້ການເປັນປະທານຂອງທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ການປົກຄອງ, ທ່ານເພັງ ເພີນຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີແຂກຖືກເຊີນ, ພໍ່ແມ່ຜູ້ປົກຄອງນັກຮຽນ ແລະ ນ້ອງນັກຮຽນເຂົ້າຮ່ວມຊົມ ແລະ ຮ່ວມເຊຍ.

ງານປະກວດສິລະປະຄັ້ງນີ້ມີບົດຟ້ອນປະກອບສຽງເພງ ແລະ ດົນຕີ ເຂົ້າຮ່ວມແຂ່ງຂັນທັງໝົດ 34 ລາຍການ, ໃນນັ້ນ ມາຈາກ: ກຸ່ມໂຮງຮຽນປະຖົມ 12 ລາຍການ, ຊັ້ນມັດທະຍົມສຶກສາຕອນຕົ້ນ 16 ລາຍການ ແລະ ຊັ້ນມັດທະຍົມສຶກສາຕອນປາຍ 6 ລາຍການ.

ງານປະກວດສິລະປະຄັ້ງນີ້ ຈັດຂື້ນເພື່ອປະຕິບັດກິດຈະກຳການສຶກສາໃຫ້ຄົບ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາວາງອອກ, ທັງເປັນການທົດສອບການຮຽນການສອນ ກໍ່ຄື ທົດສອບຄວາມຮູ້, ຄວາມສາມາດ ແລະ ເປັນການປູກຈິດສຳນຶກ, ສ້າງຄວາມກະຕືລືລົ້ນໃຫ້ແກ່ນັກຮຽນສະແຫວງຫາຄວາມຮູ້, ຄວາມກ້າວໜ້າ ກໍ່ຄືພອນສະຫວັນທາງດ້ານສິລະປະ ວັນນະຄະດີ ແລະ ອື່ນໆ.

ການແຂ່ງຂັນ ໄດ້ດຳເນີນໄປດ້ວຍຄວາມຟົດຟື້ນ ແລະ ມ່ວນຊື່ນ, ເຕັມໄປດ້ວຍຄວາມສາມັກຄີ ແລະ ຄວາມຕັ້ງໃຈຂອງນັກສິລະປະ ວັນນະຄະດີ, ເຊີ່ງແຕ່ລະບົດຟ້ອນ ລ້ວນແຕ່ມີຄວາມສວຍສົດງົດງາມ ແລະ ຄວາມອ່ອນຊ້ອຍ ທີ່ແຕກຕ່າງກັນໄປ, ສະແດງໃຫ້ເຫັນເຖິງຄວາມເປັນເອກະລັກຂອງຊາດ, ຂອງພັກ, ວັດທະນະທຳ ແລະ ຮີດຄອງປະເພນີຂອງລາວເຮົາ.

ງານປະກວດສິລະປະ ວັນນະຄະດີ ນັກຮຽນສາຍສາມັນ ຄັ້ງທີ VII ທົ່ວເມືອງປາກກະດິງ ໄດ້ດຳເນີນໄປຕາມແຜນ ແລະ ສຳເລັດລົງຢ່າງສະຫງ່າງາມ ໃນວັນດຽວກັນ.

ຜົນການແຂ່ງຂັນລາງວັນທີ 3 ຊັ້ນປະຖົມໄດ້ແກ່ ກຸ່ມປະຖົມປາກກະດິງ (ດ້ວຍບົດຟ້ອນ ຍີນດີຕ້ອນຮັບສູ່ປະເທດລາວ), ຊັ້ນ ມໍຕົ້ນ ໄດ້ແກ່ ມໍຕົ້ນນາເຄືອ(ດ້ວຍບົດຟ້ອນ ເມືອງລາວຮາວີ), ຊັ້ນ ມໍປາຍໄດ້ແກ່ ມສ ວຽງຄຳ(ດ້ວຍບົດຟ້ອນ ແດນແຫ່ງອິດສະຫຼະ).

ລາງວັນທີ 2 ຊັ້ນປະຖົມໄດ້ແກ່ ກຸ່ມປະຖົມນາເຄືອ(ດ້ວຍບົດຟ້ອນ ຊຳເໜືອເປັນໜ່ວຍແກ້ວ), ຊັ້ນ ມໍຕົ້ນໄດ້ແກ່ ມໍຕົ້ນນາເຄືອ(ດ້ວຍບົດຟ້ອນ ເມືອງລາວຮຸ່ງເຮືອງ), ຊັ້ນ ມໍປາຍໄດ້ແກ່ ມສ ປາກກະດິງ(ດ້ວຍບົດຟ້ອນ ພູມໃຈທີ່ໄດ້ເກີດເປັນຄົນລາວ).

ລາງວັນຊະນະເລີດ ຊັ້ນປະຖົມໄດ້ແກ່ ກຸ່ມປະຖົມປາກກະດິງ(ດ້ວຍບົດຟ້ອນ ທ່ຽວແດນຈຳປາ), ຊັ້ນ ມໍຕົ້ນໄດ້ແກ່ ມໍຕົ້ນບ້ານຊອດ(ດ້ວຍບົດຟ້ອນ ເທີດທູນບຸນຄຸນພັກ) ແລະ ຊັ້ນ ມໍປາຍໄດ້ແກ່ ມສ ວຽງຄຳ(ດ້ວຍບົດຟ້ອນ ຊາວໜຸ່ມລາວກ້າວໄປ).

About admin11