ວິທະຍາໄລ ບໍລິຫານທຸລະກິດ ຄອມບີຊ ຈັດພິທີເປີດການປ້ອງກັນບົດໂຄງການເສັງຈົບຊັ້ນ ລຸ້ນທີ XVIII

ພິທີເປີດການປ້ອງກັນບົດໂຄງາກນເສັງຈົບຊັ້ນ ຂອງນັກສຶກສາວິທະຍາໄລ ຄອມບີຊ ສາຂາແຂວງບໍລິຄຳໄຊ ລຸ້ນທີ XVIII ປະຈຳສົກປີ 2020-2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 08 ກໍລະກົດ 2021 ຢູ່ຫ້ອງປະຊຸມຂອງໂຮງຮຽນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສືກສາທິການ ແລະ ກິລາແຂວງ, ທ່ານ ສີສົມເພັດ ສີສຸກແສນບັນດິດ ອຳນວຍການໂຮງຮຽນວິທະຍາໄລ ບໍລິຫານ ທຸລະກິດ ຄອມບີຊ, ມີບັນດາຄູອາຈານ, ຄະນະກຳມະການ ແລະ ນັກສອບເສັງພາຍໃນໂຮງຮຽນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດສະຫຼຸບການຮຽນ-ການສອນ 6 ເດືອນຕົ້ນປີ 2021 ວ່າ: ວິທະຍາໄລ ບໍລິຫານ ທຸລະກິດ ຄອມບີຊ ເປັນວິທະຍາໄລສ້າງຕັ້ງມາໄດ້ 20 ປີ ເຊິ່ງສ້າງນັກສຶກສາຜ່ານມາໃນລະບົບຊັ້ນສູງ ແລະ ປະລິນຍາຕີ ມາແລ້ວບໍ່ຕ່ຳກວ່າ 2000 ກວ່າຄົນ, ຈຳນວນນັກສຶກສາເຫຼົ່ານັ້ນ ພາຍຫຼັງເສັງຈົບຊັ້ນແລ້ວໄດ້ປະກອບອາຊີບສ່ວນຕົວຢູ່ບໍລິສັດ, ລັດວິສາຫະກິດ, ນຳລັດ ແລະ ກະຈາຍໄປທົ່ວປະເທດ ປະກອບມີ 4 ສາຂາ ຄື: ສາຂາຄອມພິວເຕີທຸລະກິດ ມີ 51 ວິຊາ, ບໍລິຫານທຸລະກິດ-ບັນຊີການເງິນ 31 ວິຊາ, ພາສາອັງກິດ 38 ວິຊາ ແລະ ສາຂາວິສະວະກຳກໍ່ສ້າງ-ຂົວທາງ 40 ວິຊາ.

ໄລຍະຜ່ານມາ ສາມາດປັບປຸງຫ້ອງປະຊຸມໃຫຍ່ສຳເລັດ, ປະກອບອຸປະກອນ, ຕຳລາ ແລະ ສື່ການຮຽນ-ການສອນໃສ່ຫ້ອງຄອມພິວເຕີໄດ້ພຽງພໍ, ລົງເຜີຍແຜ່ການຮຽນ-ການສອນ ໄດ້ທັງໝົດ 20 ມ.ສ ແລະ 2 ມ.ປາຍ ເທົ່າກັບ 83% ຂອງຈຳນວນນັກຮຽນ ມ.7 ທົ່ວແຂວງ.

ໄດ້ມີນະໂຍບາຍສູງຕໍ່ນັກສຶກສາທີ່ມາສຶກສາ ໃນພາກປົກກະຕິ ທັງ 4 ສາຂາ ຄື: ນະໂຍບາຍໃຫ້ນັກສຶກສາປີ 1 ເຂົ້າໃໝ່ ໃນພາກຮຽນ 1 ຫລຸດຄ່າຮຽນ 25% ໃນຈຳນວນ 50 ຄົນທຳອິດ ແລະ ນັກສຶກສາທີ່ພັກອາໄສຢູ່ຫໍພັກແມ່ນໃຫ້ຢູ່ຟຣີ 5 ເດືອນ, ໃນປີນີ້ ຢູ່ຫໍພັກຟຣີແມ່ນ 8 ເດືອນ ອີກ 3 ເດືອນ ແມ່ນນະໂຍບາຍຊ່ວງໂຄວິດລະບາດ, ຕີລາຄາຄຸນນະພາບນັກສຶກສາປີ 1 ລະດັບດີ 60%, ລະດັບກາງ 30% ແລະ ອ່ອນ ພຽງແຕ່ 10%, ປີ 2 ລະດັບດີ 90%, ລະດັບກາງ 10%, ປີ 3 ລະດັບດີ 50%, ລະດັບກາງ 40% ແລະ ລະດັບອ່ອນ 10%.

ຈາກນັ້ນ ໃນພິທີ ໄດ້ດຳເນີນການປ້ອງກັນບົດຈົບຊັ້ນ ຈຳນວນ 13 ນ້ອງ ທີ່ໄດ້ສຳເລັດການລົງຝຶກງານມາແລ້ວ ເພື່ອເປັນການປະເມີນຄຸນນະພາບການຮຽນເປັນເທື່ອສຸດທ້າຍ.

About admins16