ພະແນກການເງິນ ມອບເຄື່ອງຊ່ວຍເຫຼືອນ້ຳຖ້ວມຢູ່ເມືອງບໍລິຄັນ

ເພື່ອປະກອບສ່ວນຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ຫຼື ນ້ຳຖ້ວມ ຢູ່ເມືອງບໍລິຄັນ ໃນລະຫວ່າງວັນທີ 2 – 6 ສິງຫາ 2020 ພະແນກການເງິນແຂວງບໍລິຄຳໄຊ ແລະ ຄອບຄົວພະນັກງານຂົງເຂດການເງິນແຂວງ ໄດ້ເອົາເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນ ໄປມອບໃຫ້ການນຳເມືອງບໍລິຄັນ ເພື່ອນຳໄປຊ່ວຍເຫຼືອປະຊາຊົນ ຄອບຄົວທີ່ຖືກນ້ຳຖ້ວມຢູ່ພາຍໃນເມືອງ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ລວມມີນ້ຳດີື່ມ, ອາຫານແຫ້ງ ແລະ ປາກະປ໊ອງ ເຊີ່ງເປັນເຄື່ອງອຸປະໂພກ-ບໍລິໂພກ ໃຊ້ຍາມສຸກເສີນ ລວມມູນຄ່າ 7.600.000 ກີບ ກ່າວມອບໂດຍທ່ານ ບຸນລ້ຽງ ດວງສະເພົາທອງ ຮອງຫົວໜ້າພະແນກການເງິນແຂວງ ແລະ ພະນັກງານຂົງເຂດການເງິນ ພ້ອມດ້ວຍຄອບຄົວ ກ່າວຮັບໂດຍ ທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງບໍລິຄັນ.

ທົ່ວເມືອງບໍລິຄັນມີນໍ້າຖ້ວມ 8 ບ້ານ 473 ຄົວເຮືອນ, ໃນນັ້ນຖ້ວມຫຼາຍກວ່າໝູ່ແມ່ນບ້ານທົ່ງພັນຄໍາ ສ່ວນບ້ານອື່ນໆ ບໍ່ໄດ້ຖ້ວມຮ້າຍແຮງ ແຕ່ມີບາງບ້ານໄດ້ມີເນື້ອທີ່ທຳການຜະລິດເສຍຫາຍຫຼາຍ ປະຈຸບັນນີ້ແມ່ນທາງການຂອງເມືອງ ໄດ້ລົງເກັບກຳຂໍ້ມູນຜົນເສຍຫາຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ປົກກະຕິ ພ້ອມຮັບປະກັນການແຜ່ລະບາດຂອງພະຍາດ ທີ່ອາດຕາມມາ ພາຍຫລັງທີ່ນ້ຳບົກແຫ້ງ.

About admin11