ເມືອງວຽງທອງ ຈັດປະຊຸມວຽກງານປົກຄອງປະຈຳເດືອນ

ໃນວັນທີ 7 ສິງຫາ 2020 ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມວຽກງານປົກຄອງປະຈຳເດືອນ ກໍລະກົດ ແລະ ວາງທິດທາງແຜນການເດືອນ ສິງຫາ ຂຶ້ນຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ.

 


ທ່ານ ສົມພອນ ລາດຊະວົງ ຫົວໜ້າຫ້ອງວ່າການເມືອງ ໄດ້ເປັນກຽດຂຶ້ນຜ່ານບົດສະຫຼູບການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ເດືອນຜ່ານມາ ໂດຍມີເນື້ອໃນສຳຄັນບາງຕອນວ່າ: 1 ດືອນຜ່ານມາ ແຕ່ລະຂົງເຂດວຽກງານໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ, ພົ້ນເດັ່ນແມ່ນການແກ້ໄຂບັນຫາ 4 ເຖື່ອນ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 53,19 % ຂອງແຜນການປີ, ລົງຊຸກຍູ້ປະຊາຊົນປຸກຜືດລະດູຝົນ ມາຮອດປະຈຸບັນປັກດຳນາປີໄດ້ 70%.
ຈາກນັ້ນ ກໍ່ໄດ້ຜ່ານທິດທາງແຜນການເພື່ອເປັນບ່ອນອິງໃຫ້ແກ່ການຈັດຕັ້ງປະຕິບັັດໃນຕໍ່ໜ້າ. ບັນດາຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ-ຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການດ້ວຍຄວາມຮັບຜິດຊອບສູງ ແລະ ຄວາມເປັນເອກະພາບນໍາໄປຈັດຕັ້ງປະຕິບັດ.

About admin11