ຖວທ ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ

ພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ໄດ້ຈັດຂຶ້ນໃນວັນທີ 7 ສິງຫາ 2020 ຢູ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ  ໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາໂດຍ ທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກ ຖວທ ແຂວງ ມີບັນດາສະມາຊິກແມ່ຍິງພາຍໃນຮາກຖານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ດ້ວຍເຫັນໄດ້ເຖິງຄວາມສຳຄັນຂອງວຽກງານແມ່ຍິງ ໃນວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງຫນ່ວຍຄົ້ນຄ້ວາວຽກງານແມ່ຍິງຂຶ້ນຢ່າງເປັນທາງການ ເຊິ່ງເປັນຕົ້ນກໍາເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປະຈຸບັນ, ແຕ່ງຕັ້ງຄະນະໜ່ວຍ ເຊິ່ງປະກອບ ມີ 3 ທ່ານ ຄື: ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວຫນ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ ເພື່ອສືບຕໍ່ນໍາພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການແມ່ຍິງທົ່ວປະເທດ ເຊິ່ງໃນໄລຍະນັ້ນການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານ ຍັງແມ່ນໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ ແລະ ໜ່ວຍເອື້ອຍນັກຮົບ, ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຂຶ້ນແລ້ວ ອົງການຈັດຕັ້ງແມ່ຍິງກໍ່ໄດ້ມີບົດບາດສຳຄັນ ໃນພະລະກິດຕໍ່ສູ້ປົດປ່ອຍປະເທດຊາດຂອງພັກ ເປັນຕົ້ນແມ່ນການຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ, ສົ່ງເອກະສານ, ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ທະຫານທີ່ປະຕິບັດຫນ້າທີ່ຢູ່ແນວຫນ້າ ແລະ ໃນເຂດຄວບຄຸມຂອງສັດຕູ ດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ ຈົນສາມາດຍາດໄດ້ເອກະລາດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍແລ້ວ ສະຫະພັນແມ່ຍິງລາວ ຍັງໄດ້ສືບຕໍ່ປະຕິບັດພາລະບົດບາດເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊຸກຍູ້ແມ່ຍິງລາວເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວ, ພ້ອມກັນນໍາພາຂະບວນການແມ່ຍິງລາວບັນດາເຜົ່າ ປະຕິບັດຄໍາຂັວນ, ຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວ ຕິດພັນກັບການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ-ລັດຖະບານແຕ່ລະໄລຍະ.

ໃນພິທີ ຍັງໄດ້ຮັບຟັງການຜ່ານມະຕິ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍລິຄໍາໄຊ ຄັ້ງທີ VII ຈາກທ່ານ ນາງ ດອກບານ ຈັກວົງສາ ປະທານສະຫະພັນແມ່ຍິງຮາກຖານພະແນກ ຖວທ ແຂວງ ໂດຍກອງປະຊຸມໃຫຍ່ຜູ້ແທນແມ່ຍິງຄັ້ງນີ້ ໄດ້ເປັນເອກະສັນຮັບຮອງເອົາເນື້ອໃນສໍາຄັນ ຄື: ຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ເຊິ່ງໄດ້ສະຫຼຸບຢ່າງພາວະວິໄສຕໍ່ຜົນງານ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງ ຄັ້ງທີ VI, ທິດທາງແຜນການສະຫະພັນແມ່ຍິງແຂວງ 5 ປີ (2021-2025) ແລະ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງຊຸດໃໝ່ ແລະ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຄັ້ງທີ 1 ສະໄໝທີ VII ໄດ້ເປັນເອກະສັນເລືອກເອົາ ສະຫາຍ ນາງ ຄໍາປິວ ສີສົມບັດ ເປັນປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະຫາຍ ນາງ ຂັນທອງ ພັນທະຈັກ ເປັນຮອງປະທານ, ສະຫາຍ ນາງ ຄໍາໃບ ບໍລິວັນ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ສະຫາຍ ນາງ ວິລະພອນ ພົມມະວົງສາ ເປັນຮອງປະທານກວດກາ.

About admins14