ພະແນກກະສິກຳ – ປ່າໄມ້ແຂວງ ເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 6 ສະໄໝທີ VII

ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 6 ສະໄໝທີ VII ໃຫ້ປະກົດຜົນເປັນຈິງ, ໃຫ້ກຽດເຜີຍແຜ່ໂດຍ ທ່ານ ພັດທະຈອນ ແກ້ວພຸດທະວົງ ກໍາມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້, ມີບັນດາແຂກຖືກເຊີນ ແລະ ພະນັກງານພາຍໃນພະແນກ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ 3 ເອກະສານທີ່ສຳຄັນ ຄື: ເອກະສານຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດເນື້ອໃນກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2021 ພາຍໃຕ້ຄໍາຂວັນ ( ສ້າງການປ່ຽນແປງຢ່າງແຂງແຮງ ວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ ), ບົດໂອ້ລົມຂອງສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ຕໍ່ກອງປະຊຸມວຽກງານໂຄສະນາອົບຮົມປະຈໍາປີ 2021 ແລະ ເອກະສານ ສູ້ຊົນປະຕິບັດວຽກງານຈຸດສຸມ ທີ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 6 ສະໄໝທີ VII ວາງອອກ ໃຫ້ປະກົດຜົນເປັນຈິງ ( ພາຍໃຕ້ຄໍາຂວັນທີ່ວ່າ: ຕັ້ງໜ້າສ້າງຄອບຄົວໃຫ້ມີຄວາມຮັ່ງມີ, ບ້ານມີຄວາມເຂັ້ມແຂງ ເມືອງ-ແຂວງມີຄວາມສະຫງົບ ແລະ ພັດທະນາ ), ຄະນະບໍລິຫານງານພັກແຂວງ, ຄະນະພັກແຕ່ລະຂັ້ນ, ບັນດາພະແນກການ, ອົງການອ້ອມຂ້າງແຂວງ, ເມືອງ ໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ນຳພາ – ຊີ້ນຳ ການຈັດຕັ້ງປະຕິບັດ ການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສຸມໃສ່ການພັດທະນາຊົນນະບົດ, ສົ່ງເສີມທຸກພາກສ່ວນທຸລະກິດໃຫ້ມີສ່ວນຮ່ວມໃນການພັດທະນາ ເຮັດໃຫ້ເສດຖະກິດຂະຫຍາຍຕົວ.

ປີ 2021 ລວມຍອດຜະລິດຕະພັນພາຍໃນ GPP ບັນລຸໄດ້ 6.670,5 ຕື້ກີບ, ອັດຕາການຂະຫຍາຍຕົວ 4,77% ສະເລ່ຍຕໍ່ຫົວຄົນຕໍ່ປີໄດ້ 20,9 ລ້ານກີບ ຫຼື ເທົ່າກັບ 2.225 ໂດລາຕໍ່ຄົນຕໍ່ປີ, ຂະແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວ 12,8% ກວມ 34% GPP, ຂະແໜງອຸດສະຫະກຳ-ກໍ່ສ້າງ ຂະຫຍາຍຕົວ 4,92% ກວມເອົາ 44% ຂອງ GPP ຂະແໜງບໍລິຫານຫຼຸດລົງ -4,49% ກວມ 22% ຂອງ GPP.

ທົ່ວແຂວງມີພະນັກງານລົງກໍ່ສ້າງຮາກຖານການເມືອງທັງໝົດ 176 ສະຫາຍ, ຍິງ 8 ສະຫາຍ, ປະຈຸບັນ ຢູ່ຈຸດຫຼໍ່ແຫຼມຂອງແຂວງ 45 ສະຫາຍ, ມາຈາກສູນກາງ 25 ສະຫາຍ, ທົ່ວແຂວງມີພົນລະເມືອງທັງໝົດ 318.179 ຄົນ, ຍິງ 157.371 ຄົນ, ມີ 284 ບ້ານ, ມີ 57.663 ຄອບຄົວ, ເມືອງພົ້ນທຸກ 5 ເມືອງ, ກວມ 71,43%, ຄອບຄົວພົ້ນທຸກ 55.414 ຄອບຄົວ ກວມ 96,09%, ບ້ານພົ້ນທຸກ 260 ບ້ານ ກວມເອົາ 91,54%, ບ້ານທຸກຍາກ 24 ບ້ານເທົ່າກັບ 8,45%, ຄອບຄົວອານາຖາ 104 ຄອບຄົວ, ຄອບຄົວພັດທະນາ 49.705 ຄອບຄົວ ເທົ່າກັບ 86,19%, ບ້ານພັດທະນາ 226 ບ້ານ ເທົ່າກັບ 79,75%, ພິເສດ ປີນີ້ແຕ່ລະເມືອງ ໄດ້ສຸມໃສ່ການລະດົມທຶນ ເພື່ອສ້າງເສັ້ນທາງພາຍໃນບ້ານ ແລະ ສ້າງເຮືອນໃຫ້ຄອບຄົວທຸກຍາກໄດ້ຫຼາຍພໍສົມຄວນ.

About admins14