ມອບ – ຮັບໃບຕາດິນຖາວອນ ຢູ່ບ້ານຫ້ວຍຫອຍ

  ຕອນເຊົ້າຂອງວັນທີ 10 ພຶດສະພາ 2022 ຢູ່ບ້ານຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ພະນັກງານຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄດ້ຈັດພິທີ ມອບ – ຮັບ ໃບຕາດິນຖາວອນ (ດີນກະສິກໍາ) ຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອຸທອນ ສິງຫາດວງປັນຍາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງບໍລິຄໍາໄຊ, ມີພະນັກງານຫ້ອງການທີ່ກ່ຽວຂ້ອງ, ການຈັດຕັ້ງບ້ານ, ພໍ່ – ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

 ໃນພິທີ ຄະນະຮັບຜິດຊອບ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຜັດປ່ຽ່ນກັນຂື້ນອະທິບາຍຄວາມໝາຍ, ຄວາມສໍາຄັນຂອງວຽກງານການຂື້ນທະບຽນອອກໃບຕາດິນໃຫ້ ພໍ່ – ແມ່ ປະຊາຊົນຜູ້ທີ່ໄດ້ຂື້ນທະບຽນອອກໃບຕາດິນໃໝ່ ໄດ້ຮັບຮູ້ກ່ຽວກັບຄວາມສຳຄັນທີ່ກຳນົດຢູ່ໃນກົດໝາຍວ່າດ້ວຍທີ່ດິນ ແລະ ນອນຢູ່ໃນແຜນນະໂຍບາຍຂອງລັດຖະບານ ເຊິ່ງມີຈຸດປະສົງ ເພື່ອຫັນເອົາການຄຸ້ມຄອງນໍາໃຊ້ທີ່ດິນເຂົ້າສູ່ລະບຽບກົດໝາຍ, ເປັນການຢັ້ງຢືນສິດນຳໃຊ້ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ເພື່ອຕອບສະໜອງຫັນດິນເປັນທືນ, ເປັນການເຮັດໃຫ້ຜູ້ໄດ້ຮັບສິດນໍາໃຊ້ທີ່ດິນ ໄດ້ມີການພັດທະນາທີ່ດິນຂອງຕົນຕາມຈຸດປະສົງ ແລະ ຖືກຕາມເປົ້າໝາຍ.

ໃນການລົງສຳຫຼວດ ການຂື້ນທະບຽນອອກໃບຕາດີນຖາວອນໃນຄັ້ງນີ້ ແມ່ນມີທັງໝົດ 308 ຕອນ, ສາມາດຂຶ້ນທະບຽນແລ້ວ 101 ຕອນ ແລະ ຍັງບໍ່ທັນໄດ້ໃບຕາດິນ ຈໍານວນ 207 ຕອນທີ່ຍັງຈະໄດ້ສືບຕໍ່.

ໃນພິທີ ໄດ້ມີການມອບ – ຮັບໃບຕາດິນຖາວອນໃຫ້ຈຳນວນຄອບຄົວຜູ້ທີ່ໄດ້ຮັບໃບຕາດິນ, ໂດຍເປັນກຽດມອບຂອງ ທ່ານ ອຸທອນ ສິງຫາດວງປັນຍາ ຮອງຫົວໜ້າພະແນກ ຊສ ແຂວງ, ກ່າວຮັບແມ່ນຕາງໜ້າຄອບຄົວຜູ້ທີ່ມີສິດຮັບໃບຕາດິນ.

ທ້າຍພິທີທ່ານ ຮອງຫົວໜ້າພະແນກ ຊສ ແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ປະຊາຊົນຈົ່ງນໍາໃຊ້ໃບຕາດີນຢ່າງຖືກຕ້ອງ ແລະ ມີຜົນປະໂຫຍດສູງສຸດ.

ຂ່າວພາບ: ກ້ອງ ປາເຢັງລີ

 

About admin11