ທະນາຄານນະໂຍບາຍ ປະຈຳແຂວງບໍລິຄຳໄຊ ປ່ອຍສິນເຊື່ອໄດ້ 97 ຕື້ກວ່າກີບ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2021 ທະນະຄານນະໂຍບາຍ ຫ້ອງການປະສານງານແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີ ທ່ານ ປອ ເວີນສະຫວັນ ສີວິໄຊ ຮອງຫົວໜ້າສາຂາ ທະນາຄານແຫ່ງ ສປປ ລາວ ປະຈຳພາກກາງ, ຄະນະກຳມະການຄຸ້ມຄອງສິນເຊື່ອຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການສະຫຼຸບການວຽກງານ ປະຈຳປີ 2021 ວ່າດ້ວຍການເຄື່ອນໄຫວຢູ່ 4 ເມືອງເປົ້າໝາຍຄື: ໜ່ວຍບໍລິການເມືອງບໍລິຄັນ, ເມືອງຄໍາເກີດ, ເມືອງວຽງທອງ ແລະ ເມືອງໄຊຈໍາພອນ ແລະ ຍັງມີເມືອງນອກເປົ້າໝາຍ 1 ເມືອງຄື: ເມືອງປາກຊັນ ເຄື່ອນໄຫວສະເພາະບ້ານສາມສ້າງ, ມີບ້ານທີ່ໄດ້ຮັບສິນເຊື່ອທັງໝົດ 149 ບ້ານ, 1.010 ກຸ່ມ, ມີ 6.894 ຄອບຄົວ ແລະ ກູ້ຢືມແບບລາຍບຸກຄົນ 73 ຄອບຄົວ, ຍອດສິນເຊື່ອ 12 ເດືອນທ້າຍປີ 2021 ແມ່ນ 97 ຕື້ກວ່າກີບ ໃນນັ້ນເມືອງເປົ້າໝາຍປະຕິບັດໄດ້ 85 ຕື້ກວ່າກີບ ເທົ່າກັບ 87,76%, ຈຸດສຸມ 3 ຕື້ກວ່າກີບ ເທົ່າກັບ 3,90% ແລະ ບ້ານສາມສ້າງ 8 ຕື້ກວ່າກີບ ເທົ່າກັບ 8,32%.

ຫຼັງຈາກນັ້ນໃນກອງປະຊຸມ ກໍ່ຍັງໄດ້ມີການສະເໜີແລກປຽນບົດຮຽນເຊິ່ງກັນ ແລະ ກັນ ໃນບາງຂໍ້ຄົງຄ້າງ ເປັນຕົ້ນແມ່ນການເກັບກຳຂໍ້ມູນ ແລະ ການກຳນົດກຸ່ມເປົ້າໝາຍ ໃນການປ່ອຍສິນເຊື່ອ, ການສ້າງຄວາມສະດວກໃຫ້ປະຊາຊົນທີ່ທຸກຍາກໃຫ້ເຂົ້າເຖິງແຫຼ່ງທຶນ, ວິທີແກ້ໄຂການເກັບໜີ້ຕົ້ນທຶນທີ່ມີຄວາມຫຍຸ້ງຍາກ ແລະ ຍັງບໍ່ໄດ້ຕາມເປົ້າໝາຍ, ການເພີ່ມການພົວພັນຮ່ວມມືຂອງພາກສ່ວນກ່ຽວຂ້ອງ, ການຕິດຕາມກວດກາຫຼັງຈາກການປ່ອຍສິນເຊື່ອ ແລະ ອື່ນໆ ທັ້ງນີ້ກໍ່ເພື່ອນຳເອົາຄຳຄິດຄຳເຫັນດັ່ງກ່າວ ໄປປັບປຸງແກ້ໄຂວຽກງານທີ່ຍັງຄົງຄ້າງ ໃຫ້ໄດ້ຮັບການພັດທະນາໃຫ້ດີຂຶ້ນເປັນກ້າວໆ.

About admins14