ຊາວໜຸ່ມບໍລິຄຳໄຊ ຮ່ວມພະລັງນ້ຳໃຈ ຕ້ານໄພໜາວ ມູນຄ່າ 72 ລ້ານກີບ

        ໃນ​ລະຫວ່າງ ວັນທີ 14 – 16 ກຸມ​ພາ 2022 ຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄຳໄຊ ໄດ້ຮ່ວມພະລັງນ້ຳໃຈ ປຸກລະດົມຈາກຄະນະຊາວໜຸ່ມຮາກຖານ ແລະ ສັງຄົມ ໄດ້ນຳເອົາຜ້າຫົ່ມ, ເຄື່ອງນຸ່ງ, ອຸປະກອນການຮຽນ – ກິລາ ແລະ ຢາປົວພະຍາດໄປມອບໃຫ້ໃຫ້ປະຊາຊົນ ແລະ ນັກຮຽນບ້ານໂພນຄຳ, ບ້ານສົບເຕີງ ເມືອງໄຊຈຳພອນ, ເປັນກຽດເຂົ້າຮ່ວມຂະບວນການເດີນທາງຄັ້ງນີ້ ​​ມີ ທ່ານ ເລື່ອນ​ວິ​ໄລ ຈັນ​ທະ​ລາ​ພັນ ຄະ​ນະ​ປະ​ຈຳ​ພັກ​ແຂວງ ​ຮອງ​ປະ​ທານ​ສະ​ພາ​ປະ​ຊາຊົນ​ແຂວງ​ບໍ​ລິ​ຄຳ​ໄຊ, ທ່ານ ທອງ​ມະ​ນີ ໂຄດປັນຍາ ​​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ແຂວງ, ພ້ອມ​ດ້ວຍ​ທີມ​ງານ​ຈຳນວນ 40 ສະຫາຍ ຍິງ 8 ສະຫາຍ, ໂດຍ​ການ​ຕ້ອນ​ຮັບ​ຂອງ​ທ່ານ ກອງ​ສີ ໄຊ​ຍະ​ວົງ ຮອງ​ເຈົ້າ​ເມືອງ​ໄຊ​ຈຳ​ພອນ ​ພ້ອມ​ດ້ວຍ​ການ​ນຳ​ຂອງ​ເມືອງ.

        ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ ​ມີ​ວັດ​ຖຸ​ອຸ​ປະ​ກອນ​ການ​ຮຽນ – ການກິລາ, ຜ້າ​ຫົ່ມ, ໂທ​ລະ​ໂຄ່ງ, ຄອມ​ພິວ​ເຕີ, ປີ່ນ​ເຕີ ຢາ​ປົວ​ພະ​ຍາດ​, ເຈວ​ລ້າງ​ມື ​ແລະ ​ຜ້າ​ອັດ​ປາກ ​ເຊິ່ງ​ມີ​ມູນ​ຄ່າ​ທັງໝົດ 72,000,000 ກີບ ( ເຈັດສີບສອງລ້ານກີບ ).

         ໃນນັ້ນ, ໄດ້ມອບໃຫ້ຫ້ອງການຖະແຫຼງຂ່າວ, ວັດຖະນະທໍາ ແລະ ທ່ອງທຽວ ເມືອງ ໂທລະໂຄ່ງ 1 ຊຸດ ມູນຄ່າ 11,000,000 ກີບ, ມອບປື້ມແບບຮຽນ, ໄມ້ບັນທັດ, ສໍຂາວ ມູນຄ່າ 5,600,000 ກີບ ໃຫ້ແກ່ຫ້ອງການສຶກສາ-ກິລາເມືອງ, ມອບປີນເຕີ, ອຸປະກອນກິລາ, ເຈວລ້າງມື, ຜ້າອັດປາກໃຫ້ແກ່ຫ້ອງການຊາວໜຸ່ມເມືອງ ມູນຄ່າ 4,1750,000 ກີບ ແລະ ມອບຜ້າຫົມ, ເຄື່ອງນຸ່ງ, ພ້ອມດ້ວຍກວດພະຍາດ ແລະ ແຈກຢາຍຢາໃຫ້ພໍແມ່ປະຊາຊົນບ້ານໂພນຄຳ ມູນຄາ 15,840,000 ກີບ, ນອກນັ້ນ ຍັງໄດ້ມອບອຸປະກອນການຮຽນ, ກະເປົານັກຮຽນໃຫ້ແກ່ໂຮງຮຽນປະຖົມໂພນຄຳ ມູນຄ່າ 7,731,000 ກີບ.

        ວັນທີ 15 ກຸມພາ 2022  ທີມງານຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ການນຳຂອງເມືອງ ກໍ່ໄດ້ສຶບຕໍ່ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ໂຮງຮຽນປະຖົມບ້ານສົບເຕີງ, ໃນນັ້ນ ໄດ້ມອບ ຜ້າຫົ່ມ, ເຄື່ອງນຸ່ງ, ພ້ອມທັງກວດພະຍາດ ແລະ ແຈກຢາຍຢາໃຫ້ປະຊາຊົນບ້ານສົບເຕີງ ມີມູນຄ່າ 17,120,000 ກີບ ແລະ ມອບປື້ມຂຽນ, ປື້ມແບບຮຽນ ອຸປະກອນກິລາໃຫ້ກັບນັກປະຖົມສົບເຕີງ ມູນຄ່າ 3,634,000 ກີບ.

       ຫຼັງຈາກນັ້ນກໍ່ໄດ້ສຶບຕໍ່ເຄື່ອນໄຫວໄປຢ້ຽມຢາມໃຫ້ກຳລັງໃຈ ທະຫານຊາຍແດນ 252 ໄດ້ມອບຄອມພິວເຕີ, ຢາປົວພະຍາດ, ເຈວລ້າງມື, ຜ້າອັດປາກ ມູນຄ່າ 6,900,00 ກີບ.

About admins16