ສາທາລະນະສຸກເມືອງປາກກະດິງ ສະຫຼຸບວຽກວຽກງານປະຈຳປີ 2021

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສາທາລະນະສຸກ ເມືອງປາກກະດິງ ແຂວງບໍລິຄຳໄຊ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022 ໄດ້ຈັດຂື້ນຕອນເຊົ້າວັນທີ 15 ກຸມພາ 2022 ພາຍໃຕ້ການເປັນປະທານຂອງທ່ານ ດຣ ຂັນທອງ ວົງໂກສີ ຫົວຫນ້າຫ້ອງການສາທາລະນະສຸກເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ທ່ານ ດຣ ຟອງສາລີ ຫລວງມີໄຊ ຮອງຫົວຫນ້າພະແນກສາທາລະນະສຸກແຂວງ, ມີຫົວຫນ້າຫ້ອງການອ້ອມຂ້າງເມືອງ, ພ້ອມດ້ວຍພະນັກງານແພດຫມໍ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານສາທາລະນະສຸກ 1 ປີຜ່ານມາ:  ຫ້ອງການສາທາລະນະສຸກ ປະກອບມີ 4 ໜ່ວຍງານ, 1 ໂຮງໝໍຊຸມຊົນ ແລະ 5 ໂຮງໝໍນ້ອຍ, ໄດ້ສຸມໃສ່ປະຕິບັດ 8 ແຜນງານ, 42 ແຜນງານຍ່ອຍ, 97 ໂຄງການ ແລະ 11 ຕົວຊີ້ວັດ ຢ່າງເປັນຂະບວນການ ເຮັດໃຫ້ວຽກງານຫຼາຍດ້ານບັນລຸຕາມແຜນການທີ່ວາງໄວ້.

ຄຽງຄູ່ກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງປາກກະດິງ ມີຜູ້ຕິດເຊື້ອສະສົມທັງໝົດ 190 ຄົນ, ມີຜູ້ເສຍຊີວິດ 9 ກໍລະນີ, ໄດ້ສຸມໃສ່ວຽກງານສັກວັກຊີນປ້ອງກັນພະຍາດດັ່ງກ່າວ ໃຫ້ກຸ່ມເປົ້າໝາຍຢ່າງຮີບດ່ວນ, ສາມາດສັກວັກຊີນເຂັມ 1 ໄດ້ 37.940 ຄົນ ເທົ່າກັບ 64,4%, ເຂັມ 2 ໄດ້ 25,070 ຄົນ ເທົ່າກັບ 42,5%,  ເຂັມ 3 (ເຂັມກະຕຸ້ນ) ໄດ້ 423ຄົນ.

 ໃນໂອກາດດຽວກັນນີ້ ກໍ່ຍັງໄດ້ມີພິທີມອບການຍ້ອງຍໍໃຫ້ພະນັກງານສາທາລະນະສຸກເມືອງ 21 ຄົນ, ຍິງ 12 ຄົນ, ແຂວງ 18 ຄົນ, ຍິງ 9 ຄົນ ແລະ ນັກທຸລະກິດ ບຸກຄົນ, ນິຕິບຸກຄົນ ທີ່ມີຜົນງານດີເດັ່ນໃນຂະບວນການປະຕິບັດວຽກງານຕ້ານພະຍາດໂຄວິດ-19 ຢູ່ເມືອງປາກກະດິງໄລຍະຜ່ານມາ.

 

About admin11