ກອງປະຊຸມວຽກງານການຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ທົ່ວເມືອງທ່າພະບາດ

        ໃນວັນທີ 15 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ເປິດກອງປະຊຸມວຽກງານຈັດຕັ້ງ ກໍ່ສ້າງພັກ – ພະນັກງານ ໄລຍະ 5 ປີ ( 2016 – 2020 ) ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ທ່ານ ນາງ ແຕງທອງ ພັນປະດິດ ຮອງຄະນະຈັດຕັ້ງ ແຂວ ບໍລິຄຳໄຊ ແລະ ທ່ານ ນາງ ທອງສາ ບຸດດາ ຫົວໜ້າຄະນະຈັດຕັ້ງເມືອງ.

         ກອງປະຊຸມ ໄດ້ເຊື່ອມຊືມເອກະສານຂອງພັກຈຳນວນ 03 ບົດ: ບົດໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ່ XI, ບົດໂອ້ລົມຂອງທ່ານ ເຈົ້າແຂວງ ຕໍ່ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ – ພະນັກງານ ທົ່ວແຂວງ ແລະ ຜ່ານມະຕິກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ – ພະນັກງານ ຂັ້ນແຂວງ.

ກອງປະຊຸມໄດ້ຄົ້ນຄ້ວາຢ່າງເລິກເຊີ່ງ, ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບຮັບຮອງເອົາບົດສະຫຼຸບ ກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ – ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ, ເປັນການປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ່ VI ຂອງອົງຄະນະພັກເມືອງ.

ໄລຍະຜ່ານມາໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ ແຕ່ດ້ວຍຄວາມຮັບຜິດຊອບສູງຂອງຄະນະພັກແຕ່ລະຂັ້ນ ໄດ້ເຮັດວຽກງານກໍ່ສ້າງພັກ – ພະນັກງານ ແລະ ວຽກງານປັບປຸງການຈັດຕັ້ງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ຄະນະພັກ, ສະມາຊິກພັກ, ພະນັກງານ – ລັດຖະກອນ, ທະຫານ ຕຳຫຼວດ ແລະ ປະຊາຊົນ ສ່ວນຫຼາຍໄດ້ຮັບການເຊື່ອມຊືມແນວທາງນະໂຍບາຍຂອງພັກ, ກົດໜາຍຂອງລັດ ແລະ ລະບຽບການຂອງພັກຢ່າງກ້ວາງຂວາງ ເຊິ່ງເປັນການຍົກລະດັບຄວາມຮູ້, ຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການ.

ກອງປະຊຸມ ຍັງໄດ້ຕີລາຄາຢ່າງພາວະວິໃສ ຕໍ່ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນການນຳພາ – ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ – ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ທີ່ບໍ່ທັນບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ກອງປະຊຸມຍັງໄດ້ຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ, ວຽກງານຈຸດສຸມໃນການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ – ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ.

 

About admin11