ຊາວໜຸ່ມແຂວງ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ພະນັກງານ-ລັດຖະກອນ ປີ 2021

ເພື່ອເປັນການກວດກາຕີລາຄາຄືນ ຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃນ 1 ປີຜ່ານມາ ໃນວັນທີ 18-19 ພະຈິກ 2021 ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ປະຈໍາປີ 2021 ຂຶ້ນ ຢູ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງ ໂດຍການເປັນປະທານຂອງ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ມີພະນັກງານ-ລັດຖະກອນ ພາຍໃນຄະນະບໍລິຫານງານຊາວໜຸ່ມແຂວງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ດໍາເນີນເປັນເວລາ 2 ວັນ ໂດຍໄດ້ເຊື່ອມຊຶມບັນດາເອກະສານທີ່ສໍາຄັນ ເປັນຕົ້ນ: ດໍາລັດເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ວ່າດ້ວຍການປະເມີນຜົນ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງພະນັກງານລັດຖະກອນ ແລະ ຄໍາແນະນໍາຂອງກະຊວງພາຍໃນ ເລກທີ 06/ພນ, ລົງວັນທີ 02 ພຶດສະພາ 2018 ກ່ຽວກັບການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານລັດຖະກອນ.

ພ້ອມທັງໄດ້ມີການແບ່ງຈຸ, ຈັດແບ່ງປະເພດ, ຕໍານິກໍ່ສ້າງເຊິ່ງກັນ ແລະ ກັນ ເພື່ອເສີມຂະຫຍາຍດ້ານດີ, ແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງໃຫ້ໝົດໄປເທື່ອລະກ້າວ.

About admins14