ຝຶກອົບຮົມ ເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກ ທົ່ວເມືອງຄຳເກີດ

ເພື່ອເຮັດໃຫ້ຄະນະພັກຮາກຖານ, ເລຂາໜ່ວຍພັກ ທົ່ວເມືອງຄຳເກີດ ແຂວງບໍລິຄຳໄຊ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ເປັນເຈົ້າການໃນການປະກອບສ່ວນປັບປຸງກົງຈັກການຈັດຕັ້ງຮາກຖານພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຂຶ້ນ, ໃນວັນທີ 30 – 31 ມີນາ 2022 ນີ້ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການ ເມືອງຄຳເກີດ ໄດ້ຈັດຝຶກອົບຮົມໃຫ້ຄະນະພັກຮາກຖານ, ເລຂາໜ່ວຍພັກບ້ານ ໂດຍການເປັນປະທານຂອງສະຫາຍ ວິໄລ ສີສະມຸດ ຮອງເລຂາພັກເມືອງ, ປະທານກວດກາພັກ – ລັດເມືອງຄຳເກີດ, ມີຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ແລະ ບັນດາຄະນະພັກຮາກຖານ, ເລຂາໜ່ວຍພັກບ້ານ ທົ່ວເມືອງ ເຂົ້າຮ່ວມ.

ຊຸດອົບຮົມ ຈະໄດ້ເຊື່ອມຊຶມ 4 ເອກະສານສໍາຄັນ ຄື: ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງການຈັດຕັ້ງຮາກຖານພັກ, ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກ ແລະ ໜ່ວຍພັກ, ຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່ ແລະ ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ.

ຈາກນັ້ນ ກໍ່ໄດ້ຈັດກຸ່ມນັກສຳມະນາກອນ ແລະ ຄະນະຮັບຜິດຊອບ ເພື່ອຂຽນບົດສະຫຼຸບ, ບາດກ້າວ, ຂັ້ນຕອນຂອງການຮ່ວມຊີວິດພັກປະຈຳເດືອນ ແລະ ໃຫ້ບັນດາກຸ່ມຜ່ານບົດຂອງຕົນ ພ້ອມແລກປ່ຽນຄຳຄິດເຫັນ ແລະ ແກ້ໄຂບັນຫາຂໍ້ຂ້ອງໃຈຈາກຄະນະຮັບຜິດຊອບ ເພື່ອເຮັດໃຫ້ນັກສຳມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈຂຶ້ນ.

 

 

About admin11