ບໍລິສັດ ພີ ແອນ ເອັກ ພັດທະນາກະສິກໍາ ຂາອອກ – ຂາເຂົ້າ ຈຳກັດ ສຶກສາຄວາມເປັນໄປໄດ້ໃນການລົງທຶນຜະລິດກະສິກຳ ຕິດພັນກັບການທ່ອງທ່ຽວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາຄວາມເປັນໄປໄດ້ ໃນການລົງທຶນຜະລິດກະສິກຳ ຕິດພັນກັບການທ່ອງທ່ຽວ ໄດ້ຈັດຂຶ້ນໃນວັນທີ 01 ເມສາ 2022 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄຳໄຊ, ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ນາງ ສຸດດາລັກ ສີວິໄລ ອຳນວຍການບໍລິສັດ ພິແອນເອັກ ພັດທະນາກະສິກຳ ຂາອອກ – ຂາເຂົ້າ ຈຳກັດ ໂດຍຊ້ອງໜ້າທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າພະແນກການ, ເຈົ້າເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດ ພິ ແອນ ເອັກ ພັດທະນາກະສິກໍາ ຂາອອກ – ຂາເຂົ້າ ຈໍາກັດ ແມ່ນມີຄວາມຕ້ອງການສຶກສາຄວາມເປັນໄປໄດ້ ໃນການລົງທຶນຜະລິດກະສິກຳ ຕິດພັນກັບການທ່ອງທ່ຽວ ຢູ່ເຂດບ້ານປາກທວາຍ, ບ້ານໜອງເກີນ ເມືອງທ່າພະບາດ ແຂວງບໍລິຄຳໄຊ ແລະ ບໍລິສັດກໍ່ມີຄວາມພ້ອມຈະຈັດຕັ້ງປະຕິບັດໂຄງການໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ ໂດຍສະເພາະແມ່ນ ປະຕິບັດຕາມເນື້ອໃນຂອງສັນຍາສະບັບນີ້.

ໄລຍະການສຶກສາສຳຫຼວດແມ່ນ 9 ເດືອນ ໃນເນື້ອທີ່ 150 ເຮັກຕາ ເພຶ່ອລົງເກັບກໍາຂໍ້ມູນຕາມສະພາບຄວາມເປັນຈິງ ໃນການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ.

About admins16