ຝຶກອົບຮົມການເກັບກໍາຂໍ້ມູນ ແລະ ວິເຄາະສໍາລັບການລາຍງານແຜນພັດທະນາເສດຖະກິດ-ສັງຄົມ

ໃນຕອນເຊົ້າຂອງວັນທີ 30 ມີນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດຝຶກອົບຮົມການເກັບກໍາຂໍ້ມູນ ແລະ ວິເຄາະສໍາລັບການລາຍງານແຜນພັດທະນາເສດຖະກິດ-ສັງຄົມ ເປັນກຽດເຂົ້າຮ່ວມຂອງທ່ານ ໄຊອໍາພອນ ສີຫາວົງ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນເມືອງ, ມີຫົວຫນ້າສູນສະຖິຕິ 7 ເມືອງທົ່ວແຂວງ ພະນັກງານສະຖິຕິເມືອງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ເພື່ອເກັບກໍາຂໍ້ມູນສະຖິຕິທີ່ສໍາຄັນ ແລະ ຂັ້ນຕອນການເກັບຂໍ້ມູນຕ່າງໆ ເພາະມັນໄດ້ເປັນຂີດໝາຍທີ່ຕັດສິນວ່າ ຊຸດຂໍ້ມູນທີ່ໄດ້ມາຖືກຕ້ອງ, ຄົບຖ້ວນແມ່ນຂຶ້ນກັບຂອດການເກັບກໍາຕົວຈິງ.

ດັ່ງນັ້ນ ບັນດານັກສໍາມະນາກອນທັງໝົດ ຕ້ອງໄດ້ປະຕິບັດຕາມຫຼັກການພື້ນຖານກ່ຽວກັບວຽກງານສະຖິຕິ, ການເກັບກໍາຕ້ອງຮັບປະກັນຢ່າງລວມສູນ ແລະ ເປັນເອກະພາບຂັ້ນແຂວງ, ເມືອງ, ບ້ານ ຮັບປະກັນຄວາມຖືກຕ້ອງຕາມວິທະຍາສາດສະຖິຕິ, ຄວາມເປັນເອກະລາດດ້ານວິຊາການ, ການເຜີຍແຜ່ ແລະ ການສະໜອງຂໍ້ມູນສະຖິຕິໃຫ້ຖືກຕ້ອງຕາມຄວາມເປັນຈິງ, ພາວະວິໃສ, ສັດເຈນ, ຄົບຊຸດ ແລະ ທັນເວລາ, ຮັບປະກັນຄວາມເປັນເອກະພາບຂອງບັນດາຕົວຊີ້ບອກ, ລະບອບວິທີການຄິດໄລ່, ລະບົບຕາຕະລາງເກັບກໍາ, ຫົວໜ່ວຍວັດແທກ, ລະບົບສະຫັດສາລະບານ, ໄລຍະເວລາລາຍງານ, ຮັບປະກັນການເປີດເຜີຍກ່ຽວກັບວິທີການຜະລິດ ແລະ ການເຜີຍແຜ່ຂໍ້ມູນສະຖິຕິ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ນໍາໃຊ້ຂໍ້ມູນສະຖິຕິ.

ຈາກນັ້ນ ກໍ່ໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ ແລະ ກົມກອງທີ່ມີຜົນງານດີເດັ່ນໃນວຽກງານເກັບກໍາສະຖິຕິທົ່ວແຂວງ ກ່າວມອບໂດຍ ທ່ານ ໄຊອໍາພອນ ສີຫາວົງ ກຳມະການພັກແຂວງ ຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງ. ການຝຶກອົບຮົມໃນຄັ້ງນີ້ແມ່ນໃຊເວລາ 4 ວັນ ຈຶ່ງຈະສໍາເລັດ.

About admins16