ກອງບັນຊາການ ປກສ ເມືອງຄໍາເກີດ ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2020

ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈໍາປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021 ຂອງກອງບັນຊາການ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 29 ມີນາ 2021 ທີ່ຫ້ອງປະຊຸມຊັນ 3 ຫ້ອງວ່າການເມືອງຄໍາເກີດ ໂດຍການເປັນປະທານຂອງ ທ່ານ ພັທ ລໍາເງິນ ພະບາດໄຊ ຫົວໜ້າກອງບັນຊາການ ປກສ ເມືອງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ແລະ ທ່ານ ພັນໂທ ຄໍາແພງ ນໍາພາວັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະກອງບັນຊາການ, ແຂກຖືກເຊີນ, ຄະນະພະແນກ, ປກສ ກຸ່ມບ້ານ ຕະຫຼອດຮອດ ພະນັກງານ-ນັກຮົບ ກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2020 ຜ່ານມາ ເຊີ່ງໄດ້ຍົກໃຫ້ເຫັນຜົນສໍາເລັດ ໃນການຈັດຕັ້ງເຄື່ອນໄຫວປະຕິບັດວຽກງານວິຊາສະເພາະດ້ານຕ່າງໆ ເຊັ່ນ: ໄດ້ກວດກາເອກະສານເຂົ້າກໍາລັງໃໝ່ 8 ສະບັບ, ກວດກາເອກະສານເຂົ້າພັກ 43 ສະບັບ, ສົມທົບກັບພະແນກສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ລົງປັບປຸງສໍາມະໂນຄົວ ໄດ້ 03 ບ້ານ, ເອົາຂໍ້ມູນເຂົ້າລະບົບທັນ ສະໄໝ (PIM) ໄດ້ 38 ບ້ານ, ມີ 7,447 ຄອບຄົວ, ມີ 43,748 ຄົນ, ປ່ຽນປື້ມສໍາມະໂນຄົວໄດ້ 560 ຫົວ, ບັນທຶກແຈ້ງຄົນມີໜ້າໃນຄອບຄົວ ໄດ້ 554 ຫົວ, ເຮັດປື້ມບັນທຶກທະບຽນບຸກຄົນໄດ້ 2,123 ຫົວ, ປັບປຸງ ປກສ ບ້ານ ໄດ້ 13 ບ້ານ.

ໃນ 01 ປີຜ່ານມາ ມີຄະດີເກີດຂື້ນທັງໝົດ 169 ເລື່ອງ ກັກຕົວຜູ້ຖືກຫາ 242 ຄົນ, ຍິງ 6 ຄົນ, ໃນນັ້ນ ມີຄະດີອາຍາອາຍາ ເສດຖະກິດ ເກີດຂື້ນ 74 ເລື່ອງ ກັກຕົວຜູ້ຖືກຫາ 130 ຄົນ, ຢຶດຂອງກາງ ລົດໄຖນາເດີນຕາມ 8 ຄັນ, ລົດຈັກ 75 ຄັນ, ຈັກປັ່ນໄຟ 3 ຊຸດ, ໂທລະພາບ 12 ໜ່ວຍ, ແຜ່ນທອງ 95 ກິໂລ, ທອງແດງ 1,576 ກິໂລ, ປືນແກັບ 3 ກະບອກ, ໝາກແຕກ 02 ໜ່ວຍ, ແຮ່ທາດ 67,874 ກິໂລ.

ຄະດີຢາເສບຕິດ ເກີດຂື້ນ 95 ເລື່ອງ, ກັກຕົວຜູ້ຖືກຫາ 112 ຄົນ, ຍິງ 3 ຄົນ, ຂອງກາງຢາບ້າ ຈໍານວນ 18,414 ເມັດ, ຢາໄອ້ 31 ກິໂລ, ເຮໂລອີນ 2 ຫຼອດ, ຄັນຊາ 506 ກິໂລ, ວຽກງານຈະລາຈອນ ມີອຸປະຕິເຫດເກີດຂື້ນທັງໝົດ 113 ເລື່ອງ, ມີຜູ້ໄດ້ຮັບບາດເຈັບ 174 ຄົນ, ເສຍຊີວິດ 11 ຄົນ, ພາຫະນະເປ່ເພ 199 ຄັນ ທຽບໃສ່ປີຜ່ານມາອຸປະຕິເຫດເພີ່ມຂື້ນ 19 ເລື່ອງ, ມີອັກຄີໄພເກີດຂື້ນ 4 ຄັ້ງ ສ້າງຄວາມເສຍຫາຍ 424,039,400 ກີບ.

ຫຼັງຈາກນັ້ນ ຜູ້ແທນກອງປະຊຸມ ກໍ່ໄດ້ຜັດປ່ຽນກັນປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບໃຫ້ມີເນື້ອໃນຄົບຖ້ວນສົມບູນ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ ແລະ ໃນໂອກາດດຽວກັນນັ້ນ ຍັງໄດ້ຈັດພິທີຍ້ອງຍໍເລື່ອນຊັ້ນ ໃຫ້ນາຍຕໍາຫຼວດ ພາຍໃນກອງບັນຊາການ ຈໍານວນ 12 ສະຫາຍ, ເລື່ອນຊັ້ນ ຮ້ອຍເອກ ຂື້ນ ພັນຕີ 2 ສະຫາຍ, ຍິງ 2 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂື້ນ ຮ້ອຍເອກ 10 ສະຫາຍ, ຍິງ 2 ສະຫາຍ.

 

About admins16