3 ເມືອງ ຈັດກອງປະຊຸມວຽກງານຄຸ້ມຄອງແຮງງານ

ໃນຊ່ວງວັນທີ 29 – 30 ມີນາ 2021  ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີງານສັງຄົມ ໄດ້ດຳເນີນກອງປະຊຸມ ວຽກງານຄຸ້ມຄອງແຮງງານ ຢູ່ທີ່ຫ້ອງວ່າການເມືອງທ່າພະບາດ, ເມືອງບໍລິຄັນ ແລະ ເມືອງຄຳເກີດ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ  ອຸດອນ ມະນີບຸນ ຮອງຫົວຫນ້າກົມຄຸ້ມຄອງແຮງງານ, ມີຮອງເຈົ້າເມືອງ 3 ເມືອງ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ໃນໄລຍະ 1 ປີຜ່ານມາ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຄຳເກີດ ໄດ້ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງກວດກາແຮງງານ ຢູ່ພາຍໃນເມືອງຂອງຕົນ ຢ່າງຕັ້ງໜ້າ ໂດຍສະເພາະແມ່ນການຄຸ້ມຄອງແຮງງານລາວ ທີ່ຢູ່ຕາມຫົວໜ່ວຍແຮງງານພາຍໃນເມືອງ ເຊີ່ງພາຍໃນເມືອງຄຳເກີດມີຫົວໜ່ວຍແຮງງານທັງໝົດ 112 ຫົວໜ່ວຍ, ມີກໍາມະກອນທັງໝົດ 644 ຄົນ, ມີອົງການຈັດຕັ້ງກໍາມະບານ 8 ຫົວໜ່ວຍ, ຫົວໜ່ວຍແຮງງານທີ່ມີຜູ້ຕາງໜ້າ ຜູ້ອອກແຮງງານ 7 ຫົວໜ່ວຍ, ຫົວໜ່ວຍແຮງງານທີ່ມີ ອປສ 7 ຫົວໜ່ວຍ.

ເພື່ອເປັນການຄຸ້ມຄອງແຮງງານ ແລະ ຫົວໜ່ວຍການຜະລິດທີ່ໃຊ້ແຮງງານ ພາຍໃນເມືອງ ໃຫ້ດຳເນີນໄປດ້ວຍວິທີຖືກຕ້ອງ ທີ່ປະຊູມ ຍັງໄດ້ເຜີຍແຜ່ບັນດາເອກະສານກ່ຽວກັບຮ່າງກົດລະບຽບການຄຸ້ມຄອງ ແລະ ນໍາໃຊ້ແຮງງານ, ຮ່າງແນະນໍາສັນຍາແຮງງານ ລະຫວ່າງ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ, ຂໍ້ຕົກລົງຂອງລັດຖະບານ ວ່າດ້ວຍການກໍານົດວຽກທີ່ເປັນອັນຕະລາຍ ທີ່ຫ້າມໃຊ້ແຮງງານໄວໜຸ່ມ, ການກໍານົດວຽກເບົາສໍາລັບຜູ້ອອກແຮງງານຂອງໄວໜຸ່ມ ອາຍຸລະຫວ່າງ 14 ປີ ແຕ່ບໍ່ຫຼຸດ 12 ປີ, ການແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງງານ ແລະ ການປັບຄ່າແຮງຂັ້ນຕໍ່າຂອງຜູ້ອອກແຮງງານຢູ່ ສປປ ລາວ.

ຈຸດປະສົງ ກໍ່ເພື່ອໃຫ້ບັນດາຜູ້ປະກອບການ, ພະນັກງານຄຸ້ມຄອງນຳພາ ຂັ້ນເມືອງ, ຂັ້ນບ້ານ ໄດ້ຮັບຮູ້ ເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງແຮງງານ ໃຫ້ໄດ້ຮັບປະສິດທິພາບສູງສຸດ.

( ເມືອງທ່າພະບາດ )

( ເມືອງບໍລິຄັນ )

About admin11