ຝຶກອົບຮົມການຍົກສູງຄຸນນະພາບສິນຄ້າ ເພື່ອສ້າງມູນຄ່າເພີ່ມ ໃຫ້ເຄື່ອງຫັດຖະກຳຈັກສານ

        

  ໃນວັນທີ 15 ມີນາ 2022 ຢູ່ທີ່ບ້ານພະບາດໂພນສັນ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ເປີດຝຶກອົບຮົມໃນຫົວຂໍ້ ” ໂຄງການຍົກສູງຄຸນນະພາບສິນຄ້າເພື່ອສ້າງມູນຄ່າເພີ່ມໃຫ້ເຄື່ອງຫັດຖະກຳຈັກສານ ” ຂື້ນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ ຜູ້ຮັບຜິດຊອບວຽກງານເສດຖະກິດ, ທ່ານ ຄອນສະຫວັນ ສຸກຂະເສີມ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີນັກສຳມະນາກອນ ກຸ່ມຫັດຖະກຳຈັກສານ ບ້ານພະບາດໂພນສັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຜະລິດຕະພັນເຄື່ອງຫັດຖະກຳຈັກສານ ແມ່ນມີຄວາມສໍາຄັນໃນການສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນບ້ານພະບາດໂພນສັນ ເມືອງທ່າພະບາດ ແຂວງບໍລິຄຳໄຊ, ກຸ່ມຫັດຖະກຳຈັກສານ ບ້ານພະບາດໂພນສັນ ແມ່ນກຸ່ມຜະລິດເຄື່ອງຫັດຖະກຳຈັກສານ ທີ່ຜະລິດດ້ວຍໄມ້ປ່ອງ ແລະ ຫວາຍ ທີ່ສືບທອດຕໍ່ກັນມາແຕ່ລຸ່ນປູ່ລຸ່ນຍ່າ ທີ່ມີມູນເຊື້ອ ແລະ ມີຊື່ສຽງພໍສົມຄວນ.

ຈຸດປະສົງ ເພື່ອຢາກພັດທະນາສິນຄ້າໄປຕາມຍຸກສະໄໝຂອງຕະຫຼາດ ແລະ ສັງຄົມ ເພື່ອເປັນການສ້າງມູນຄ່າເພີ່ມໃຫ້ກັບການຜະລິດຕະພັນ ແລະ ເປັນການສ້າງລາຍໄດ້ເພີ່ມຂື້ນໃຫ້ກັບກຸ່ມຈັກສານ ກໍ່ຄືການສ້າງລາຍຮັບໃຫ້ກັບປະຊາຊົນມີລາຍຮັບດີຂື້ນກ່ວາເກົ່າ.

ການຈັດຝຶກອົບຮົມກໍ່ເພື່ອຢາກຍົກລະດັບສີໄມ້ລາຍມື ຂອງກຸ່ມຫັດຖະກຳຈັກສານທີ່ມີຢູ່ແລ້ວໃຫ້ພັດທະນາ ແລະ ວ່ອງໄວຂື້ນຕື່ມ ເພື່ອເຮັດໃຫ້ຜະລິດຕະພັນມີການປັບປຸງ ຂະໜາດລວດລາຍ ສີສັນໃຫ້ມີຄວາມຫຼາກຫຼາຍແຕກຕ່າງກັນໄປຕາມຍຸກສະໄໝ ເພື່ອສ້າງເປັນສິນຄ້າໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ແລະ ພັດທະນາໃຫ້ກ້າວໄປສູ່ຕະຫຼາດສາກົນເທື່ອລະກ້າວ.

           ຝຶກອົບຮົມຄັ້ງນີ້ ຈະດຳເນີນຮອດວັນທີ 24 ມິນາ 2022 ຈຶ່ງຈະສຳເລັດ.

About admin11