ນັກສຶກສາທິດສະດີການເມືອງ ຊັ້ນກາງ ຮຸ່ນທີ 15 ຮ່ວມໃຈບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ໃນວັນທີ 22 ມີນາ 2022 ຢູ່ໂຮງຮຽນທິດສະດີການເມືອງ – ການປົກຄອງ ແຂວງບໍລິຄຳໄຊ ໄດ້ຈັດກິດຈະກຳບໍລິຈາກເລືອດຊ່ວຍສັງຄົມຂຶ້ນ ເປັນກຽດເຂົ້າຮ່ວມໂດຍທ່ານ ສົມນຶກ ລອງອ່ອນ ຮອງອຳນວຍການໂຮງຮຽນທິດສະດີການເມືອງ – ການປົກຄອງແຂວງ ແລະ ທ່ານນາງ ບຸນເພັງ ໄຊສົງຄາມ ຫົວໜ້າອົງການກາແດງແຂວງ, ມີຄະນະຄູ – ອາຈານພາຍໃນໂຮງຮຽນ ແລະ ນັກສຶກສາທິດສະດີການເມືອງ ຊັ້ນກາງ ຮຸ່ນທີ 15 ຂົ້າຮ່ວມ.

ຈຸດປະສົງ ກໍ່ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ( 22 ມີນາ 1955-22 ມີນາ 2022 ) ທີ່ໄດ້ໝູນວຽນມາອີກວາລະໜຶ່ງ ພ້ອມທັງເປັນການປຸກລະດົມບໍລິຈາກເລືອດ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງເຫັນວ່າເລືອດມີຄວາມຂາດແຄນຫຼາຍ.

ກິດຈະກໍາໃນຄັ້ງນີ້ ສາມາດຮັບບໍລິຈາກເລືອດໄດ້ທັງໝົດ 8 ຄົນ ຍິງ 4 ຄົນ ເພື່ອນຳໄປຊ່ວຍກອບກູ້ເອົາຊີວິດຂອງເພື່ອນມະນຸດດ້ວຍກັນ.

About admins16