ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງບໍລິຄຳໄຊ ຮັບນາມມະຍົດ ເປັນແຂວງ 4 ບຸກ 3 ປີຊ້ອນ

ພິທີມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ມີນາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງ, ເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ບຸນຄຳ ໄຊເຍຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ແລະ ສະຫາຍ ທອງມະນີ ໂຄດປັນຍາ ກຳມະການພັກແຂວງ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄຳໄຊ, ມີຄະນະສູນກາງຊາວໜຸ່ມ, ຫົວໜ້າພະແນກການ, ເລຂາພັກເມືອງ, ເລຂາຊາວໜຸ່ມຮາກຖານອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມພາຍໃນແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ຄຊປປລ ແຂວງບໍລິຄຳໄຊ ໄລຍະ 3 ປິ ( 2018-2020 ) ວ່າ: ທົ່ວແຂວງ ມີຊາວໜຸ່ມໃນເກນອາຍຸທັງໝົດ 75.944 ຄົນ, ຍິງ 36.837 ຄົນ, ເປັນສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ 26.737 ຄົນ ຍິງ 13.798 ຄົນ, ປະກອບມີ ຄະນະຊາວ ໜຸ່ມ 07 ເມືອງ, 01 ພະແນກ 28 ຮາຖານ ແລະ 19 ໜ່ວຍຮາກຖານອ້ອມຂ້າງແຂວງ ( ຂັ້ນເມືອງ ມີ 116 ຄຊປ ປລ ຮາກຖານ, 379 ໜ່ວຍຮາກຖານ ).

ໃນການປະຕິບັດຂໍ້ແຂ່ງຂັນແຕ່ລະບຸກ ສະແດງອອກຄື: ບຸກດ້ານແນວຄິດ ຈັດປາຖະກະຖາ, ໂຄສະນາຜ່ານສື່ວິທະຍຸ – ໂທລະພາບ, ໜັງສືພິມ, ນຳພາທັດສະນະສຶກສາ, ຈັດຕັ້ງຖາມ – ຕອບ ຄວາມຮູ້ວິທະຍາສາດ ແລະ ເຊື່ອມຊຶມເອກະສານຕ່າງໆ ໄດ້ 784 ຄັ້ງ, ມີຜູ້ເຂົ້າຮ່ວມ 108.058 ຄົນ ສະເລ່ຍໄດ້ 93,18%.

ບຸກດ້ານການຝຶກຝົນຫຼໍ່ຫຼອມ – ຮ່ໍ່າຮຽນ ເອົາໃຈໃສ່ກະຕຸກຊຸກຍູ້ໃຫ້ສະມາຊິກຊາວໜຸ່ມໃນທົ່ວແຂວງ ໃຫ້ມີຄວາມບຸກບຶນ, ຫ້າວຫັນໃນການຮໍ່າຮຽນຝຶກຝົນຫຼໍ່ຫຼອມຕົນເອງດ້ວຍວິທີຊຸກຍູ້ສົ່ງເສີມ ການຮຽນ-ການສອນ ເປັນຕົ້ນ ເຂົ້າຮ່ວມຝຶກອົບຮົມໄລຍະສັ້ນຢູ່ພາຍໃນປະເທດ 21 ສະຫາຍ ຍິງ 9 ສະຫາຍ, ຢູ່ ສປ ຈີນ ແລະ ຍີ່ປຸ່ນ 7 ສະຫາຍ, ຍິງ 1 ສະຫາຍ, ໄປຮຽນທິດສະດີ ແລະ ວິຊາສະເພາະ 54 ສະຫາຍ ດ້ານນີ້ສາມາດຕີລາຄາໄດ້ 93,10%.

ບຸກດ້ານການຈັດຕັ້ງ ທົ່ວແຂວງມີຊາວໜຸ່ມໃນເກນອາຍຸ 15-35 ປີ ທັງໝົດ 75.944 ສະຫາຍ ຍິງ 36.837 ສະຫາຍ, ເປັນ ສະມາຊິກ ຄຊປປລ 26.737 ສະຫາຍ ຍິງ 13.798 ສະຫາຍ, ຂະຫຍາຍສະມາຊິກຊາວໜຸ່ມໄດ້ 9.628 ສະຫາຍ, ລາອອກພົ້ນກະສຽນ 427 ສະຫາຍ ຍິງ 135 ສະຫາຍ, ຍົກຍ້າຍ 120 ສະຫາຍ ຍິງ 11 ສະຫາຍ, ສາມາດຮັບຮອງຊາວໜຸ່ມ 4 ບຸກໄດ້ 52 ພາກສ່ວນ, ປະກອບມີ 07 ຄຊປປລ ເມືອງ, 01 ພະແນກ, 26 ຮາກຖານ ແລະ 18 ໜ່ວຍຮາກຖານ ກວມອັດຕາ 94,54 %, ຮັບຮອງ ແລະ ມອບທຸງໄຊຂະບວນການແຂ່ງຂັນ 4 ບຸກໄດ້ 46 ພາກສ່ວນ, ມີ 04 ຄຊປປລ ເມືອງ, 01 ພະແນກ, 30 ຮາກຖານ ແລະ 11 ໜ່ວຍຮາກຖານ, ດ້ານນີ້ສາມາດຕີລາຄາໄດ້ 94,54 %.

ບຸກດ້ານການສົ່ງເສີມວິຊາຊີບ – ສ້າງວຽກເຮັດງານທໍາ ສົ່ງສະມາຊິກຊາວໜຸ່ມເຂົ້າຝຶກອົບຮົມວິຊາຊີບ ຢູ່ໂຮງຮຽນເຕັກນິກວິຊາຊີບ, ວິທະຍາໄລກະສິກຳ ແລະ ປ່າໄມ້ ແລະ ສູນດອນບັອສໂກ-ມາອິນ ມີທັງໝົດ 174 ຄົນ ຍິງ 79 ຄົນ, ຊຸກຍູ້ມອບເງິນກູ້ຢືມບໍ່ມີດອກເບັ້ຍ ໃຫ້ຊາວໜຸ່ມຕົວແບບຈໍານວນ 02 ຄອບຄົວ ຈໍານວນເງິນ 22 ລ້ານກີບ ແລະ ເຫັນໄດ້ວ່າມີຫຼາຍຄອບຄົວສະມາຊິກຊາວໜຸ່ມຂັ້ນຕ່າງໆ ມີກິດຈະການເປັນຂອງຕົນເອງ ສາມາດເປັນຄອບຄົວຕົວແບບ ແລະ ຫຼຸດພົ້ນຈາກຄວາມທຸກຍາກໄດ້ ເຊັ່ນ: ຕົວແບບໜ່ວຍຊາວໜຸ່ມຮາກຖານກອງບັນຊາການທະຫານເມືອງບໍລິຄັນ ກົມກອງດີເດັ່ນໃນການສ້າງຄັງລວມຈາກການລ້ຽງສັດ ມູນຄ່າລວມ 78 ລ້ານກີບ, ຄອບຄົວ ທ້າວ ປິ້ງ ຈາກບ້ານປາກປຶງຕົວແບບການລ້ຽງປາ 438 ລ້ານກີບຕໍ່ປີ ແລະ ທ້າວ ບຸນສົງ ໄພພົມ ບ້ານນາຫີນ ດີເດັ່ນໃນການປູກໝາກເເຕ່ງ ສະເລ່ຍມີລາຍ ຮັບ 25 ລ້ານກີບຕໍ່ປີ ດ້ານນີ້ສາມາດຕີລາຄາໄດ້ 92,01%.

ຈາກນັ້ນ ໄດ້ມີພິທີມອບ – ຮັບໃບຢັ້ງຢືນ ຄຊປປລ ແຂວງບໍລິຄຳໄຊ ເປັນ ຄຊປປລ 4 ບຸກ ປີ 2020, ມອບທຸງໄຊນຳໜ້າຂະບວນການ 4 ບຸກ ຄຊປປລ ແຂວງບໍລິຄຳໄຊ ໃນໄລຍະ 3 ປີ ຊ້ອນ ( 2018-2020 ) ພ້ອມທັງລັ່ນຄ້ອງ 9 ບາດ ແລະ ເປີດປ້າຍປະກາດຢ່າງເປັນທາງການ ເຊິ່ງໃຫ້ກຽດມອບ ແລະ ລັ່ນຄ້ອງໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫາຍ ບຸນຄຳ ໄຊເຍຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ.

About admins16