ການນຳແຂວງ ເຫງະອານ ເຂົ້າອວຍພອນການນຳແຂວງບໍລິຄຳໄຊ ເນື່ອງໃນໂອກາດປີໃໝ່ລາວ

ໃນວັນທີ 7 ເມສາ 2022 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ຫງວຽນນາມດິ່ງ ຄະນະປະຈຳພັກແຂວງ, ຮອງປະທານຜູ້ປະຈາໍການສະພາປະຊາຊົນແຂວງເຫງະອານ ສສ ຫວຽດນາມ ພ້ອມຄະນະ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນການນຳແຂວງ ບໍລິຄຳໄຊ ເນື່ອງໃນໂອກາດວັນບຸນປີໃໝ່ລາວ ພສ 2565 ທີ່ຈະມາເຖິງນີ້, ໂດຍການຕ້ອນຮັບຢ່າງອົບອູ່ນສະໜິດສະໜົມຈາກ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມຄະນະ.

ການເຂົ້າອວຍພອນໃນຄັ້ງນີ້ ແມ່ນສະແດງເຖິງໄມຕີຈິດມິດຕະພາບອັນດູດດື່ມ, ສະໜິດສະໜົມ, ຄວາມສາມັກຄີແບບພິເສດ ລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວເວົ້າລວມ, ເວົ້າສະເພາະ ກໍ່ຄືແຂວງບໍລິຄຳໄຊ ແລະ ແຂວງ ເຫງະອານ ໃນນາມແຂວງແຮກສ່ຽວ, ນອກນັ້ນຍັງເປັນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ອັນທີ່ເປັນມູນເຊື້ອມາແຕ່ບູຮານນາການ, ຊຶ່ງຍາມໃດກໍ່ໄດ້ມີການອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດມາ.

ໂອກາດນີ້ ທ່ານ ປອ ສຸວັນນີ ໄຊຊະນະ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະປົກຄອງແຂວງ, ສະພາປະຊາຊົນແຂວງ ໄດ້ລາຍງານການເຕີບໃຫຍ່ຂະຫຍາຍຕົວເສດຖະກິດ-ສັງຄົມ ຂອງແຂວງໂດຍຫຍໍ້ ໃຫ້ຄະນະຜູ້ແທນແຂວງເຫງະອານ ໄດ້ຮັບຊາບ,ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະພັກຄະນະປົກຄອງແຂວງ, ສະພາປະຊາຊົນແຂວງບໍລິຄຳໄຊ ເຫັນວ່າເສດຖະກິດຂອງແຂວງບໍລິຄຳໄຊ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີວາມສະຫງົບໂດຍພື້ນຖານ, ຊີວິດການເປັນຢູ່ຂອງພະນັກງານ,ນັກຮົບຕະຫຼອດຮອດປະຊາຊົນບັນດາເຜົ່າ ໄດ້ຮັບການບູລະນະດີຂື້ນເທື່ອລະກ້າວ. ແຂວງບໍລິຄຳໄຊ ໄດ້ມີນັກທຸລະກິດຈາກ ແຂວງເຫງະອານ ມາລົງທຶນຫຼາຍກິດຈະການ, ບັນດາຂະແໜງການ, ເມືອງທີ່ມີຊາຍແດນຕິດຈອດກັນໄດ້ມີການປະສານພົວພັນເຊີ່ງກັນ ແລະ ກັນ. ທັງສອງຝ່າຍຍັງໄດ້ຖືເອົາໂອກາດນີ້ ຝາກຄວາມຢຽ້ມຢາມຖາມຂ່າວ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າເຊີ່ງກັນ ແລະ ກັນ.

About admins14