ຜົນສຳເລັດກອງປະຊຸມໃຫຍ່ຂອງໜ່ວຍພັກ ບ້ານນາເຄືອໃນ

ກອງປະຊຸມໃຫຍ່ ຄັ້ງທີ 7 ຂອງໜ່ວຍພັກບ້ານນາເຄືອໃນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ໄຂຂຶ້ນໃນວັນທີ 9 ກຸມພາ 2023 ຢູ່ສະໂມສອນຂອງບ້ານ ໂດຍການເປັນປະທານຂອງສະຫາຍ ລືລິດ ປະທຸມມະວັນ ເລຂາພັກບ້ານ – ນາຍບ້ານນາເຄືອໃນ, ເຂົ້າຮ່ວມໂດຍ ສະຫາຍ ບຸນຄົບ ຈັນທະວົງ ຮອງເລຂາພັກເມືອງປາກກະດິງ, ມີບັນດາສະຫາຍສະມາຊິກພາຍໃນໜ່ວຍພັກ, ກອງກໍ່ສ້າງຮາກຖານ, ແຂກຖືກເຊີນ ຕະຫລອດຮອດການຈັດຕັ້ງຂອງບ້ານ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຮ່າງບົດລາຍງານການເມືອງ, ບົດສຳຫຼວດການນຳພາຂອງຄະນະພັກ ເຫັນວ່າ ຄະນະພັກ ໄດ້ເອົາໃນໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພາຍໃນໜ່ວຍ ແລະ ການຈັດຕັ້ງ ຕະຫລອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ພໍ່ແມ່ປະຊາຊົນ ໄດ້ມີສະຕິຕື່ນຕົວສູງ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເຮັດໃຫ້ພາຍໃນບ້ານມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເສດຖະກິດມີການຂະຫຍາຍຕົວ ສະເລ່ຍລາຍຮັບ 10.550.000ກີບ/ຄົນ/ປີ, ສະເລ່ຍເຂົ້າກິນ 575 ກິໂລ/ຄົນ/ປີ.

ກອງປະຊຸມ ຍັງໄດ້ມີການປ່ອນບັດຄັດເລືອກເອົາເລຂາພັກບ້ານ, ຮອງເລຂາ ແລະ ຜູ້ກວດກາຜູ້ໃໝ່ ເຊິ່ງກອງປະຊຸມໄດ້ເຫັນດີຕົກລົງເປັນເອກະພາບຮັບຮອງເອົາຄະນະພັກບ້ານ ແລະ ການຈັດຕັ້ງບ້ານ ຕາມມະຕິຕົກລົງຂອງຄະນະປະຈຳພັກເມືອງເມືອງ ສະບັບເລກທີ 66/ຄປພ ແລະ ຂໍ້ຕົກລົງ ຂອງເຈົ້າເມືອງປາກກະດິງເລກທີ 106/ມປດ, ລົງວັນທີ 8 ກຸມພາ 2023 ວ່າດ້ວຍການແຕ່ງຕັ້ງການຈັດຕັ້ງຂອງບ້ານເຊິ່ງໄດ້ຕົກລົງຮັບຮອງເອົາ ສະຫາຍ ຈັນລະຄອນ ວິລະວົງ ເປັນເລຂາພັກບ້ານ ທັງເປັນນາຍບ້ານ, ສະຫາຍ ນາງ ແຫຼ້ ວິລະມຸງຄຸນ ເປັນຮອງເລຂາພັກບ້ານ ເປັນຮອງນາຍບ້ານ ແລະ ສະຫາຍ ຄຳຫວາຍ ຄຸນພັນຊົມ ເປັນຜູ້ກວດກາພັກ ແລະ ເປັນຮອງນາຍບ້ານ.

About admins14