ປາກຊັນ – ທ່າພະບາດ ມອບນາມມະຍົດຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ

ວັນທີ 9 ກຸມພາ 2023 ຢູ່ຫ້ອງວ່າການເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດພີທີ ມອບ – ຮັບໃບຢັ້ງຢືນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຊຸດທີ ll ໃຫ້ຈຳນວນ 16 ບ້ານ ຂອງເມືອງປາກຊັນ ໂດຍການເປັນປະທານ ຂອງທ່ານ ວົງສີທອງສີ ອິນທິປັນຍາ ເຈົ້າເມືອງປາກຊັນ, ເຂົ້າຮ່ວມ ໂດຍ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ.

ໃນພິທີ ໄດ້ຜ່ານບົດສະຫຼຸບການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຊຸດທີ ll ສົກປີ 2022 ເຫັນວ່າວຽກງານດັ່ງກ່າວ ໄດ້ດຳເນີນການກວດກາ ແລະ ປະເມີນຕາມ 4 ມາດຖານ, ເງື່ອນໄຂ ໃນການສ້າງບ້ານປ້ອງກັນຄວາມສະຫງົບດີ ແລະ ຕາມ 8 ມາດຖານ, ເງື່ອນໄຂ ໃນການສ້າງຄອບຄົວປ້ອງກັນຄວາມສະຫງົບດີ, ໃນນີ້ ສາມາດນໍາພາບ້ານ ແລະ ຄອບຄົວເຮັດວຽກງານປ້ອງກັນຄວາມສະຫງົບດີ ໄດ້ໃໝ່ 16 ບ້ານ, ມີ 2.877 ຄອບຄົວ.

16 ບ້ານ ທີ່ໄດ້ຮັບນາມມະຍົດ ບ້ານປ້ອງກັນຄວາມສະຫງົບດີ ຄື: ບ້ານສວນສະຫວັນ, ບ້ານທົ່ງໃຫຍ່, ບ້ານໂພນໄຊເໜືອ, ບ້ານຫ້ວຍສຽດ, ບ້ານນ້ຳງຽບ, ບ້ານຫາງຊິງສະຫວ່າງ, ບ້ານນາດີ, ບ້ານຄຳບອນ, ບ້ານທາບໍ່, ບ້ານໂນນອຸດົມ, ບ້ານສອງຄອນ, ບ້ານປັດຊຸມ, ບ້ານນາສະຫວັນ, ບ້ານນາຫົວພູ, ບ້ານນາຂາມ ແລະ ບ້ານສົມສະຫວາດ.

ໃນວັນທີ 10 ກຸມພາ 2023 ຢູ່ຫ້ອງປະຊຸມວ່າການ ເມືອງ ທ່າພະບາດ ໄດ້ຈັດພິທີ ມອບນາມມະຍົດບ້ານ ແລະ ຄອບຄົວປ້ອງກັນຄວາມສະຫງົບດີ ໂດຍການເຂົ້າເປັນປະທານຂອງ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ແລະ ເປັນກຽດເຂົ້າຮ່ວມໂດຍ ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ.

ໃນພິທີ ໄດ້ປະກາດຮັບຮອງ 12 ບ້ານ, ມີ 2.692 ຄອບຄົວ ເຊິ່ງລວມແລ້ວໃນປັດຈຸບັນສາມາດປະເມີນ-ຮັບຮອງໄດ້ສໍາເລັດ 22 ບ້ານ, ມີ 4.390 ຄອບຄົວ.

About admins14