ທ່າພະບາດ ຮັບຮອງຜົນການປະເມີນໄລຍະຕົ້ນ ຕາມດຳລັດ 348/ລບ

ກອງປະຊຸມຮັບຮອງຜົນການປະເມີນໄລຍະຕົ້ນຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2023 ຢູ່ກອງບັນຊາການ ປກສ ເມືອງ ເປັນປະທານໂດຍ ທ່ານ ພູວົງ ພິມມະສອນ ຮອງເລຂາພັກເມືອງທ່າພະບາດ, ມີບັນດາກຳມະການພັກເມືອງ, ກຳລັງ ປກຊ – ປກສ, ຫ້ອງການ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດ ການປະເມີນຜົນໄລຍະຕົ້ນຕາມດຳລັດ 348/ລບ ແລະ ບົດແນະນຳ 0830/ກປ ໂດຍນຳໃຊ້ລະບົບແທັບເລດ ຂອງພະນັກງານວິຊາການຂັ້ນເມືອງ ໃນໄລຍະວັນທີ 25 ສິງຫາ 2022 ຫາ 21 ທັນວາ 2022, ຜ່ານການດຳເນີນການປະເມີນຕົວຈິງ ສາມາດໄດ້ຜົນຂອງການຄົ້ນຄວ້າໃນແຕ່ລະມາດຖານ ດັ່ງນີ້: ມາດຕະຖານຄອບຄົວພົ້ນທຸກ ແລະ ມາດຕະຖານຄອບຄົວພັດທະນາ ມີຄອບຄົວພົ້ນທຸກ 5.389 ຄອບຄົວ ເທົ່າກັບ 99,94 %, ຄອບຄົວພັດທະນາມີ 5.352 ຄອບຄົວ ເທົ່າກັບ 99,26 %, ຄອບຄົວບໍ່ທັນພົ້ນທຸກມີ 3 ຄອບຄົວ ເທົ່າກັບ 0,06 %, ຄອບຄົວບໍ່ທັນພັດທະນາ 40 ຄອບຄົວ ເທົ່າກັບ 0,74 %, ມາດຖານບ້ານພົ້ນທຸກ ແລະ ມາດຕະຖານບ້ານພັດທະນາ ແມ່ນບັນລຸ 26 ບ້ານ ເທົ່າກັບ 100 %.

ມາດຖານບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ (16 ມາດຖານ) ແມ່ນມີແຜນສ້າງ 5 ບ້ານ ຄື: ບ້ານທ່າບົກ ບັນລຸ 15 ມາດຖານ ບໍ່ບັນລຸ 1 ມາດຖານ, ບ້ານຫ້ວຍເລິກບັນລຸ 13 ມາດຖານ ບໍ່ບັນລຸ 3 ມາດຖານ, ບ້ານທວາຍໃຫຍ່ ບັນລຸ 15 ມາດຖານ ບໍ່ບັນລຸ 1 ມາດຖານ, ບ້ານ ປາກທວາຍ ບັນລຸ 14 ມາດຖານ ບໍ່ບັນລຸ 2 ມາດຖານ, ບ້ານສາມັກຄີໄຊ ບັນລຸ 15 ມາດຖານ ບໍ່ບັນລຸ 1 ມາດຖານ.

ມາດຖານເມືອງພົ້ນທຸກ ແລະ ເມືອງເຂັ້ມແຂງຮອບດ້ານ ແມ່ນເປັນເມືອງພົ້ນທຸກ (9 ມາດຖານ) ບັນລຸ 100 % ແລະ ມາດຖານເມືອງເຂັ້ມແຂງຮອບດ້ານ ( 16 ມາດຖານ 60 ຕົວຊີ້ບອກ) ບັນລຸ 58 ຕົວຊີ້ບອກ ບໍ່ບັນລຸ 2 ຕົວຊີ້ບອກ.

ໃນຕອນທ້າຍຂອງກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ຄະນະຊີ້ນຳລວມ, ຄະນະກຳມະການຮັບຜິດຊອບກວດກາຂໍ້ມູນ ແລະ ພະນັກງານຮັບຜິດຊອບລົງປະເມີນຕາມດຳລັດ 348/ລບ ວ່າດ້ວຍມາດຖານພົ້ນທຸກ ແລະ ມາດຖານພັດທະນາ.

About admins14