ຜົນການແຂ່ງຂັນຊ່ວງເຮືອ ອອກພັນສາປະວໍລະນາ ປະຈຳປີ ພສ 2565 ທີ່ເມືອງປາກຊັນ

ງານບຸນຊ່ວງເຮືອອອກພັນສາປະວໍລະນາ ປະຈຳປີ ພສ 2565 ທີ່ເມືອງປາກຊັນ ໄດ້ຈັດຂຶ້ນໃນວັນທີ 9 ຕຸລາ ແລະ ໄດ້ສຳເລັດລົງ ໃນຕອນແລງຂອງວັນທີ 10 ຕຸລາ 2022 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ເຈົ້າເມືອງ, ການນໍາຂອງເມືອງ, ບັນດາແຂກທີ່ຖຶກເຊີນ ແລະ ພໍ່ແມ່ປະຊາຊົນພາຍໃນແຂວງເຂົ້າຮ່ວມຊົມຮ່ວມເຊຍ.

ການຈັດງານແຂ່ງຂັນຊ່ວງເຮືອປະເພນີອອກພັນສາປະວໍລະນາ ເປັນກິດຈະກຳໜຶ່ງທີ່ປະຊາຊົນລາວ ຊາວແຂວງບໍລິຄໍາໄຊ ເຄີຍປະຕິບັດກັນມາທຸກໆປີ ແຕ່ບູຮານນະການຈົນເຖິງປະຈຸບັນ, ທັງນີ້ ກໍ່ເພື່ອຮັກສາໄວ້ ຂະນົບທຳນຽມ, ຮີດຄອງປະເພນີອັນດີງາມຂອງຊາດ ຂອງທ້ອງຖິ່ນ ແລະ ກໍ່ເປັນງານບຸນໜຶ່ງໃນຮີດ 12 ຄອງ 14 ຂອງປະຊາຊົນລາວເຮົາ, ງານບຸນຊ່ວງເຮືອປີນີ້ ຍັງມີມວນຊົນທຸກພາກສ່ວນທີ່ມາຈາກບ້ານຕ່າງໆພາຍໃນເມືອງ, ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າທ່ຽວຊົມງານບຸນອອກພັນສາ ຢ່າງຫຼວງຫຼາຍ ແລະ ພ້ອມກັນເປັນເຈົ້າການ ຮັກສາໄດ້ຄວາມສະຫງົບເປັນລະບຽບຮຽບຮ້ອຍທຸກປະການ, ບັນຍາກາດພາຍໃນງານ ເຕັມໄປດ້ວຍຄວາມເບິກບານມ່ວນຊື່ນສຽງຮ້ອງໂຮແຊວຂອງກອງເຊຍເຮືອຊ່ວງແຕ່ລະທີມ.

ການແຂ່ງຂັນບຸນຊ່ວງເຮືອປີນີ້ ໄດ້ດໍາເນີນໄປເປັນເວລາ 2 ວັນເຕັມ ຄື: ເຮືອທີ່ເຂົ້າມາແຂ່ງຂັນທັງໝົດມີ 34 ລໍາ, ໃນນີ້ ເຮືອປະເພນີປະເພດ 50 – 55 ສີພາຍຈໍານວນ 6 ລໍາ ( ມາຈາກຈັງຫວັດບຶງການ 1 ລໍາ ), ປະເພດເຮືອກູນ ພາຍໃນເມືອງ 8 ລໍາ, ປະເພດເຮືອກູນ – ເຮືອສູດ ສາຍທົ່ວໄປມີ 14 ລໍາ ( ມາຈາກຈັງຫວັດບຶງການ 2 ລໍາ, ເມືອງ ທ່າພະບາດ 1 ລໍາ ແລະເມືອງ ບໍລິຄັນ 1 ລໍາ, ປະເພດເຮືອຍິງ 22 – 25 ສີພາຍ 6 ລໍາ ( ມາຈາກເມືອງ ບໍລິຄັນ 1 ລໍາ ).

ຜົນການແຂ່ງຂັນເຮືອປະເພດຊາຍ ເຮືອໃຫຍ່ ( 50 – 55 ສີພາຍ ) ຊະນະເລີດ ອັນດັບ 1 ເຮືອ ໄກທອງ ທະຫານແຂວງ, ອັນດັບ 2 ເຮືອ ເທບສອນໄຊ ບ້ານອານຸສອນໄຊ, ອັນດັບ 3 ເຮືອເຈົ້າວໍຣະວົງ ບ້ານນໍ້າງຽບ, ອັນດັບ4 ເຮືອສິງນາວາ ບ້ານນໍ້າງຽບ.

ເຮືອຊ່ວງປະເພດຊາຍ ( 22 – 25 ສີພາຍ ) ເຮືອກູນ ເຮືອສູດທົ່ວໄປ ອັນດັບ 1 ເຮືອ ໄກທອງ ທະຫານແຂວງ, ອັນດັບ 2 ເຮືອ ເທບສອນໄຊ ບ້ານອານຸສອນໄຊ, ອັນດັບ 3 ເຮືອບ້ານທ່າບົກ ເມືອງທ່າພະບາດ, ອັນດັບ 4 ເຮືອທະນາຄານການຄ້າມະຫາຊົນຈຳກັດ.

ເຮືອຊ່ວງປະເພດຊາຍ ( 22 – 25 ສີພາຍ ) ເຮືອກູນ ພາຍໃນເມືອງປາກຊັນ ອັນດັບ 1 ເຮືອກຸຫຼາບແດງບ້ານກ້ວຍອຸດົມ ( ຄຸ້ມໃນ ), ອັນດັບ 2 ເຮືອວັງຍາງນາວາ ບ້ານສີວິໄລ, ອັນດັບ3 ເຮືອເຈົ້າພໍ່ສິງດຳ ບ້ານນ້ຳງຽບ, ອັນດັບ 4 ເຮືອຕາດໄຮໃຈເພັດ ບ້ານກ້ວຍອຸດົມ ( ຄຸ້ມນອກ ).

ເຮືອຊ່ວງປະເພດຍິງ ( 22 – 25 ສີພາຍ ) ອັນດັບ 1 ເຮືອທະນາຄານການຄ້າຕ່າງປະເທດລາວມະຫາຊົນຈຳກັດ, ອັນດັບ 2 ເຮືອເຈົ້າພໍ່ສິງດຳ ບ້ານນ້ຳງຽບ, ອັນດັບ 3 ເຮືອເທບສອນໄຊ ບ້ານອານຸສອນໄຊ ແລະ ດັບອັນດັບ 4 ເຮືອບ້ານສວນສະຫວັນ.

ສຳລັບລາງວັນປະເພດເຮືອໃຫຍ່ 50 – 55 ສີພາຍຊາຍ ອັນດັບ 1 ໄດ້ຮັບເງິນສົດ 20.000.000 ກີບ ພ້ອມຂັນເງິນ 1 ໜ່ວຍ, ອັນດັບ 2 ໄດ້ຮັບ 15.000.000 ກີບ ຂັນເງິນ 1 ໜ່ວຍ, ອັນດັບ 3 ໄດ້ຮັບ 12.000.000 ກີບ ຂັນເງິນ 1 ໜ່ວຍ ແລະ ອັນດັບ 4 ໄດ້ຮັບ 9.000.000 ກີບ, ສຳລັບລາງວັນຊົມເຊີຍ 4.000.000 ກີບ/ລຳ.

ເຮືອປະເພດ 22 – 25 ສີພາຍຊາຍ ( ເຮືອສູດ ແລະ ເຮືອກູນ ) ອັນດັບ 1 ໄດ້ຮັບເງິນສົດ 13.000.000 ກີບ ຂັນເງິນ 1 ໜ່ວຍ, ອັນດັບ 2 ໄດ້ຮັບ 11.000.000 ກີບ ຂັນເງິນ 1 ໜ່ວຍ, ອັນດັບ 3 ໄດ້ຮັບ 9.000.000 ກີບ ຂັບເງິນ 1 ໜ່ວຍ, ອັນດັບ 4 ໄດ້ຮັບ 7.000.000 ກີບ, ລາງວັນຊົມເຊີຍ 2.000.000 ກີບ/ລຳ.

ເຮືອປະເພດ 22 – 25 ສີພາຍຍິງ ອັນດັບ 1 ໄດ້ຮັບເງິນສົດ 12.000.000 ກີບ ຂັນເງິນ 1 ໜ່ວຍ, ອັນດັບ 2 ໄດ້ຮັບ 10.000.000 ກີບ ຂັນເງິນ 1 ໜ່ວຍ, ອັນດັບ 3 ໄດ້ຮັບ 8.000.000 ກີບ ຂັນເງິນ 1 ໜ່ວຍ, ອັນດັບ 4 ໄດ້ຮັບ 6.000.000 ກີບ ແລະ ລາງວັນຊົມເຊີຍ 2.000.000 ກີບ/ລໍາ, ເປັນກຽດມອບລາງວັນໂດຍມີທ່ານ ເຈົ້າແຂວງ – ຮອງເຈົ້າແຂວງ ແລະ ທ່ານເຈົ້າເມືອງປາກຊັນ.

About admins16