ຄະນະພັກຮາກຖານພະແນກ ຖວທ ແຂວງ ສະຫຼຸບວຽກງານ ປະຈຳໄຕມາດ 3

ກອງປະຊຸມຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ປະຈຳໄຕມາດ 3 ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ 2022 ຢູ່ຫ້ອງປະຊຸມຂອງຕົນ, ເປັນປະທານໂດຍ ສະຫາຍ ສົນທອງ ວີບຸນກວ້າງ ເລຂາຄະນະພັກຮາກຖາກ ຫົວໜ້າພະແນກ ຖວທ ແຂວງ, ມີຄະນະພັກຮາກຖານ, ສະມາຊິກພັກ ແລະ ພະນັກງານ – ລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການນຳພາ – ຊີ້ນຳ ຂອງຄະນະພັກຮາກຖານພະແນກ ຖວທ ແຂວງ ເຫັນວ່າ ມີຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ ດ້ວຍປະສິທິຜົນສູງ, ໄດ້ຊີ້ນຳ – ນຳພາຕາມ 5 ເນື້ອໃນ ໂດຍສະເພາະດ້ານການເມືອງ ໄດ້ເຜີຍແຜ່ເຊື່ອມຊຶມມະຕິ, ຄໍສັ່ງ ແລະ ນິຕິກຳຕ່າງໆ ໃຫ້ສະມາຊິກພັກ, ພະນັກງານ ແລະ ມະຫາຊົນ ຮັບຮູ້ເຂົ້າໃຈ, ເຕົ້າໂຮມຄວາມສາມັກຄີເປັນເອກະພາບໃນທົ່ວຮາກຖານ, ນຳພາ ແລະ ກວດກາປະເມີນຜົນໃນແຕ່ລະໄລຍະ, ປະຕິບັດຕາມ 5 ຫຼັກການ, 3 ທິດນຳ ໃນການກໍ່ສ້າງ ແລະ ປັບປຸງພັກເຂົ້າສູ່ຊີວິດຕົວຈິງ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ເສີມຂະຫຍາຍແບບແຜນວິທີນຳພາທີ່ດີ, ແທດເຖິງຕົວຈິງ, ແກ້ໄຂບັນຫາທີ່ຄົງຄ້າງ, ປັບປຸງແກ້ໄຂໃຫ້ຖືກທິດຖືກຈຸດ ແລະ ນຳພາປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງພັກມອບມາຍໃຫ້.

ຄະນະນຳແຕ່ລະຂະແໜງການ ໄດ້ມີການສະເໜີ ແລະ ແລກປ່ຽນບົດຮຽນຈຳນວນໜຶ່ງ ເປັນຕົ້ນແມ່ນວຽກງານສຶກສາອົບຮົມແນວຄິດ – ການເມືອງ, ການແບ່ງຄວາມຮັບຜິດຊອບ, ການຍົກລະດັບວຽກງານສື່ມວນຊົນໃຫ້ວ່ອງໄວ, ຫັນໄປສູ່ທັນສະໄໝເທື່ອລະກ້າວ, ການພັດທະນາດ້ານເຕັກນິກ, ຄວາມຮູ້ຄວາມສາມາດໃຫ້ສະມາຊິກພັກ – ພະນັກງານ ແລະ ວຽກງານອື່ນໆ.

ໃນຕອນທ້າຍ ທ່ານ ສົນທອງ ວີບຸນກວ້າງ ຍັງໄດ້ມີທິດຊີ້ນຳຈໍານວນໜຶ່ງ ເພື່ອເປັນບ່ອນອີງໃຫ້ການຈັດຕັ້ງປະຕິບັດບັນດາວຽກງານໃນຕໍ່ໜ້າ ເປັນຕົ້ນແມ່ນ ໃຫ້ເອົາໃຈໃສ່ວຽກງານແນວຄິດ – ການເມືອງໃຫ້ເປັນປົນກະຕິ, ຮັດແໜ້ນຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນ, ມີການແບ່ງວຽກ, ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ແບ່ງຂັ້ນຄຸ້ມຄອງ, ຕິດຕາມກວດກາ ຢ່າງຕໍ່ເນື່ອງດ້ວຍຄວາມຮັບຜິດຊອບສູງ, ຫັນບັນດາວຽກງານໃຫ້ໄປສູ່ທັນສະໄໝ ເພື່ອສ້າງຄວາມສະດວກ, ວ່ອງໄວ, ມີປະສິດທິພາບສູງ, ປະຕິບັດຈັນຍາບັນ – ຈັນຍາທຳ ຂອງພະນັກງານ – ລັດຖະກອນ ຢ່າງເຂັ້ມງວດ ແລະ ວຽກງານອື່ນໆ ທີ່ປີ່ນອ້ອມ.

About admins14