ຜົນການແຂ່ງຂັນກິລາຕີດອກປີກໄກ່ ຊີງຂັນທ່ານປະທານສະພາປະຊາຊົນແຂວງບໍລິຄຳໄຊ

ການແຂ່ງຂັນກິລາດອກປີກໄກ່ ຊີງຂັນທ່ານປະທານສະພາປະຊາຊົນແຂວງ ເພື່ອສະເຫຼີມສະຫຼອງວັນລັດຖະທໍາມະນູນ ຄົບຮອບ 31 ປີ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 29 – 30 ສິງຫາ 2022 ຢູ່ສະໜາມກິລາດອກປີກໄກ່ຂອງແຂວງ ເຂົ້າຮ່ວມໂດຍ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງບໍລິຄໍາໄຊ ມີຄະນະຮັບຜິດຊອບ, ຄະນະກໍາມະການ ແລະ ນັກຂິລາເຂົ້າຮ່ວມ.

ການແຂ່ງຂັນກິລາຕີດອກປີກໄກ່ ຊີງຂັນປະທານສະພາປະຊາຊົນແຂວງ ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດຈໍານວນ 70 ທີມ ເຊິ່ງແບ່ງອອກເປັນ 6 ລາຍການແຂ່ງຂັນຄື: ຄູ່ອາວຸໂສທົ່ວໄປຊາຍ, ຄູ່ອາວຸໂສການນໍາ, ຄູ່ຊາຍທົ່ວໄປ ສາຍ ກໍ, ຄູ່ຊາຍທົວໄປ ສາຍ ຂໍ, ດ່ຽວຊາຍ ອາຍຸບໍ່ເກີນ 17 ປີ ແລະ ຄູ່ອາວຸໂສຍິງຊາຍ, ການແຂ່ງຂັນດັ່ງກ່າວ ໄດ້ສໍາເລັດໃນຕອນຄໍ່າຂອງວັນທີ 30 ສິງຫາ 2022.

ຜ່ານການແຂ່ງຂັນ ຄູ່ອາວຸໂສການນໍາ ລາງວັນຊະນະເລີດ ແມ່ນ ທ່ານ ພັດທະຈອນ – ທ່ານ ຄອນປະເສີດ, ອັນດັບ 2 ແມ່ນ ທ່ານ ເລື່ອນວິໄລ – ທ່ານ ອານັນດາ, ອັນດັບ 3 ຮ່ວມ ແມ່ນ ທ່ານ ສີງຄໍາ – ທ່ານ ອຸ່ນເຮືອງ ແລະ ທ່ານ ພັນລອນ – ທ່ານ ດາລາພອນ, ຄູ່ອາວຸໂສທົ່ວໄປຊາຍ ລາງວັນຊະນະເລີດ ທ່ານ ຈ່ອຍໃຈດີ – ທ່ານ ສຸວັນທອງ, ອັນດັບ 2 ທ່ານ ພູທອນ – ທ່ານ ຈັນທະບູນ, ອັນດັບ 3 ຮ່ວມ ທ່ານ ສີຄໍາ – ທ່ານ ຕຸ້ຍ ແລະ ທ່ານ ສາຍເພັດ – ທ່ານ ລໍາໄພ, ຄູ່ອາວຸໂສຍິງ-ຊາຍ ອັນດັບ 1 ແມ່ນ ທ່ານ ສັກ – ທ່ານ ນາງ ປິກສະໜາ, ອັນດັບ 2 ທ່ານ ນາງ ງ່າ – ທ່າວ ນາງ ຄໍາ ແລະ ອັນດັບ 3 ຮ່ວມ ທ່ານ ຕືລໍ – ທ່ານ ນາງ ເກດ ແລະ ທ່ານ ແສງທອງ – ທ່ານ ນາງ ດີ.

ຄູ່ຊາຍທົ່ວໄປ ສາຍ ກໍ ລາງວັນຊະນະເລີດ ແມ່ນ ທ້າວ ພູສະຫວັນ – ທ້າວ ພູສະມິງ, ອັນດັບ 2 ທ້າວ ສົມຫວັງ – ທ້າວ ພິລາວັນ, ອັນດັບ 3 ຮ່ວມ ທ້າວ ນັນທະສອນ – ທ້າວ ວິສະນຸ ແລະ ທ້າວ ສົມສັກ – ທ້າວ ຈົ່ງລວຍ, ຄູ່ຊາຍວທົ່ວໄປ ສາຍ ຂໍ ລາງວັນຊະນະເລີຍ ແມ່ນທ້າວ ຫວັງຊິນ – ທ້າວ ພິລາວັນ, ອັນດັບ 2 ທ້າວ ໄຊປັນຍາ – ທ້າວ ວິຊະນຸ, ອັນດັບ 3 ຮ່ວມ ທ້າວ ສົມສັກ – ທ້າວ ອາຢົງ – ທ້າວ ວິລະໄຊ – ທ້າວ ອາເລັກ ແລະ ດ່ຽວຊາຍ ອາຍຸບໍ່ເກີນ 17 ປີ ອັນດັບ 1 ແມ່ນ ທ້າວ ສຸກສະຫວັນ, ອັນດັບ 2 ທ້າວ ວີໂກ, ອັນດັບ 3 ຮ່ວມ ທ້າວ ທັດສະພອນ ແລະ ທ້າວ ຜາສຸກ.

ນັກກິລາທີ່ໄດ້ລາງວັນຊະນະເລີດ ຈະໄດ້ຮັບຫຼຽນ ແລະ ຂັນລາງວັນ, ໃຫ້ກຽດມອບຂອງຂວັນ ແລະ ຂັນລ່າງວັນ ໃຫ້ກັບນັກກິລາແຕ່ລະປະເພດໃນຄັ້ງນີ ໂດຍແມ່ນ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງບໍລິຄໍາໄຊ, ພ້ອມດ້ວຍຄະນະປະທານຈັດການແຂ່ງຂັນທີ່ເຂົ້າຮ່ວມຕາມລໍາດັບ.

About admins14