ຊາວໜຸ່ມໜ່ວຍຮາກຖານ ບໍລິສັດໄປສະນີ ແຂວງບໍລິຄໍາໄຊ ໄດ້ຮັບນາມມະຍົດ ຊາວໜຸ່ມ 4 ບຸກ

ໃນວັນທີ 30 ສິງຫາ ປີ 2022 ຢູ່ທີ່ຫ້ອງປະຊຸມ ບໍລິສັດໄປສະນີແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ຂຶ້ນ ເປັນປະທານໂດຍສະຫາຍ ສຸລະໄຊ ແກ້ວມົງຄົນ ເລຂາຊາວໜຸ່ມໜ່ວຍຮາກຖານ ບໍລິສັດໄປສະນີ ແຂວງ, ເຂົ້າຮ່ວມໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະຫາຍ ນາງ ເຂັມມາລາ ລໍວັນໄຊ ເລຂາໜ່ວຍພັກຮາກຖານບໍລິສັດໄປສະນີແຂວງ, ມີແຂກຖືກເຊີນ, ຊາວໜຸ່ມແຮກສ່ຽວ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022, ຜ່ານການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມຮາກຖານ ບໍລິສັດໄປສະນີ ແຂວງບໍລິຄໍາໄຊ ເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວາງອອກ ເຊິ່ງສະແດງໃຫ້ເຫັນແຕ່ລະດ້ານ ດັ່ງນີ້: ບຸກດ້ານແນວຄິດ ຕີລາຄາໄດ້ 97%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ຕີລາຄາໄດ້ 95%, ບຸກດ້ານການຈັດຕັ້ງ ຕີລາຄາໄດ້ 96%, ບຸກດ້ານວິຊາຊີບ – ສ້າງວຽກເຮັດງານທຳ ຕີລາຄາໄດ້ 96% ແລະ ຍັງໄດ້ວາງແຜນການຄາດໝາຍສູ້ຊົນໃນປີຕໍ່ໜ້າ ຄື: ບຸກດ້ານແນວຄິດ ໃຫ້ໄດ້ 98%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ໃຫ້ໄດ້ 96%, ບຸກດ້ານການຈັດຕັ້ງ ໃຫ້ໄດ້ 97%, ບຸກດ້ານວິຊາຊີບ – ສ້າງວຽກເຮັດງານທຳ ໃຫ້ໄດ້ 97%.

ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ຈຶ່ງໄດ້ຕົກລົງມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ກັບຊາວໜຸ່ມຮາກຖານດັ່ງກ່າວ, ເປັນກຽດຂຶ້ນມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ໃນຄັ້ງນີ້ ໂດຍ ສະຫາຍ ທະນູວັນ ວົງມະນີ ແລະ ຮັບໂດຍສະຫາຍ ສຸລະໄຊ ແກ້ວມົງຄົນ.

About admins14