ບໍລິຄຳໄຊ -ບຶງການ ຈັດກອງປະຊຸມ ກ່ຽວກັບການເກັບຄ່າບໍລິການ ຂົນສົ່ງ – ໂດຍສານ ຢູ່ດ່ານສາກົນ

ກອງປະຊຸມກ່ຽວກັບການເກັບຄ່າບໍລິການຂົນສົ່ງທາງເຮືອບັກ, ເຮືອໂດຍສານ, ພາຫະນະເຂົ້າ – ອອກດ່ານສາກົນປາກຊັນ – ບຶງການ ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ 2022 ຢູ່ໂຮງແຮມດອກຈໍາປາ ເມືອງປາກຊັນ, ຝ່າຍແຂວງບໍລິຄຳໄຊ ນຳໂດຍ ທ່ານ ສົມໃຈ ແກ້ວສຸວັນ ຮອງຫົວໜ້າຫ້ອງວ່າການແຂວງບໍລິຄໍາໄຊ ສປປ ລາວ ແລະ ຈັງຫວັດບຶງການ ນໍາໂດຍ ທ່ານ ສົມຫວັງ ອາລີເອື້ອ ຫົວໜ້າສຳນັກງານຈັງຫວັດບຶງການ ຣາຊາອານາຈັກໄທ, ມີຄະນະທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມ ໄດ້ມີການປືກສາຫາລື ແລະ ແລກປ່ຽນຄໍາຄິດ – ຄໍາເຫັນ ຮ່ວມກັນ ກ່ຽວກັບວຽກງານການເກັບຄ່າບໍລິການຂົນສົ່ງທາງເຮືອບັກ, ເຮືອໂດຍສານ, ພາຫະນະເຂົ້າ – ອອກດ່ານສາກົນປາກຊັນ – ບຶງການ, ໄດ້ຮັບຟັງການທົບທວນຄືນ ຜົນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມ ຄັ້ງວັນທີ 27 ມັງກອນ 2014 ຢູ່ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄໍາໄຊ, ໃນໄລຍະຜ່ານມາ ເຫັນວ່າທັງສອງຝ່າຍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດຫຼາຍວຽກງານສໍາຄັນ ໂດຍພື້ນຖານແມ່ນໄດ້ຮັບໝາກຜົນທີ່ດີ.

ທັງສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ໃນການປັບປູງບາງເນື້ອໃນ ດັ່ງນີ້: ກຳນົດການບໍລິການຂົນສົ່ງເຮືອບັກ – ເຮືອໂດຍສານ ໃນໂມງລັດຖະການແມ່ນເປັນເອກະພາບກັນ ເວລາເຮັດວຽກເລີ່ມແຕ່ 8:00 ໂມງ ຫາ 16:30ໂມງ, ລ່ວງເວລານອກໂມງລັດຖະການ 16:30 ໂມງ ຫາ 18:00ໂມງ, ວັນເສົາ – ວັນອາທິດ ແລະ ວັນພັກລັດຖະການ ຂອງແຕ່ລະຝ່າຍໄດ້ກໍານົດ ຖືວ່າເປັນການລ່ວງເວລາ ເລີ່ມແຕ່ 8:00ໂມງ ຫາ 18:00ໂມງ, ຄ່າບໍລິການລ່ວງເວລາ ໃຫ້ປະຕິບັດຕາມລະບຽບຂອງແຕ່ລະຝ່າຍກໍານົດ.

ໂດຍການເຫັນດີ ຂອງຜູ້ປະກອບການຂົນສົ່ງເຮືອບັກຂອງແຂວງບໍລິຄຳໄຊ ແລະ ຜູ້ປະກອບການຂົນສົ່ງເຮືອບັກ ຈັງຫວັດບຶງການ ເປັນເອກະພາບກັນກ່ຽວກັບ ການເກັບຄ່າບໍລິການຂົນສົ່ງພາຫະນະ (ເຮືອບັກ), ຄ່າບໍລິການຂົນສົ່ງ ຜູ້ໂດຍສານ (ເຮືອໂດຍສານ), ເພື່ອເປັນການປະຢັດຕົ້ນທຶນໃນການຂົນສົ່ງ ຝ່າຍຈັງຫວັດບຶງການເຫັນດີເປີດນໍາໃຊ້ທ່າເຮືອ ວົງນິມິດ, ເພື່ອໃຫ້ລົດຂົນສົ່ງສິນຄ້າ ສາມາດເຂົ້າ – ອອກໄດ້ຄືກັນກັບທ່າເຮືອສຸລະປະກອນຈັງຫັວດບຶງການ, ແຕ່ຕ້ອງໄດ້ກະກຽມຄວາມພ້ອມກ່ອນ ແລ້ວຈື່ງແຈ້ງໃຫ້ຊາບຕາມພາຍຫຼັງ, ການສະເໜີເປີດທ່າເຮືອຂົນສົ່ງສິນຄ້າອີກ 1 ແຫ່ງ ຈຸດບ້ານຫ້ວຍສຽດຢູ່ເບື້ອງລາວ ແຂວງບໍລິຄໍາໄຊ, ສະເໜີໃຫ້ແຂວງບໍລິຄໍາໄຊຄົ້ນຄ້ວາຕາມລະບຽບການຂອງລາວ, ສະເໜີໃຫ້ອົງການປົກຄອງແຕ່ລະຝ່າຍ ແຈ້ງໃຫ້ປະຊາຊົນຂອງຕົນໃຫ້ມີຄວາມລະມັດລະວັງໃນການຫາປາຕາມແລວຂອງການເດີນເຮືອຂົນສົ່ງ ແລະ ເຮືອໂດຍສານ.

ຫຼັງຈາກນັ້ນ ຍັງໄດ້ມີພິທີລົງນາມບົດບັນທຶກຮ່ວມກັນ ຝ່າຍແຂວງບໍລິຄຳໄຊລົງນາມໂດຍ ທ່ານ ສົມໃຈ ແກ້ວສຸວັນ ຮອງຫົວໜ້າຫ້ອງວ່າກາແຂວງບໍລິຄໍາໄຊ ສປປ ລາວ ແລະ ຝ່າຍຈັງຫວັດບຶງການ ລົງນາມໂດຍ ທ່ານ ສົມຫວັງ ອາລີເອື້ອ ຫົວໜ້າສຳນັກງານຈັງຫວັດບຶງການ ຣາຊາອານາຈັກໄທ ມີຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

About admins14