ປຶກສາຫາລື ແກ້ໄຂວຽກງານສັງຄົມ-ສິ່ງແວດລ້ອມ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້າ ນໍ້າເທີນ 1

ກອງປະຊຸມປຶກສາຫາລື ແກ້ໄຂວຽກງານສັງຄົມ-ສີ່ງແວດລ້ອມ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນໄຟ້ຟ້ານໍ້າຕົກ ນໍ້າເທີນ 1 ໄດ້ຈັດຂື້ນນຕອນບ່າຍຂອງວັນທີ 20 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງ ວຽງທອງ ຝ່າຍອຳນາດການປົກຄອງແຂວງ ນຳໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ຝ່າຍຜູ້ພັດທະນາໂຄງການນຳໂດຍ ທ່ານ ພອນສັກ ປະທານກຸ່ມບໍລິສັດພອນສັກ ໃນນາມຜູ້ພັດທະນາໂຄງການເຂື່ອນໄຟ້ານໍ້າຕົກນໍ້າເທີນ 1, ມີທີ່ປຶກສາໂຄງການ ແລະ ກອງເລຂາຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ເຂົ້າຮ່ວມ.

ບັນຫາທີ່ນໍາມາປຶກສາຫາລື ມີຫຼາຍບັນຫາ ເປັນຕົ້ນແມ່ນບັນຫາຈັດສັນທີ່ດິນກະສິກໍາ ແລະ ດິນລ້ຽງສັດ, ບັນຫານໍ້າໃຊ້ຢູ່ບ້ານຫ້ວຍຫອຍ ແລະ ບ້ານເມືອງມ່ວນ, ບັນຫາຊົດເຊີຍຂອງປະຊາຊົນທີ່ໄດ້ຮັບຜົນກະທົບນໍ້າຖ້ວມຈາກຄູກັນນໍ້າຢູ່ເທດສະບານເມືອງວຽງທອງ ແລະ ບັນຫາສີ່ງແວດລ້ອມ.

ຜ່ານການປຶກສາຫາລືທັງສອງຝ່າຍດ້ວຍເຫດ ແລະ ຜົນ ອີງໃສ່ສະພາບຄວາມເປັນຈິງ ແລະ ນິຕິກຳທີ່ໄດ້ກຳນົດໄວ້ໃນເບື້ອງຕົ້ນ ທາງຜູ້ພັດທະນາໂຄງການ ເຫັນດີບຸກເບີກເສັ້ນທາງ ແບ່ງຕອນດິນປູກຝັງ, ດິນຄັງລຽ້ງສັດ ທີ່ທາງສະພາຮັບຮອງ ໃຫ້ປະຊາຊົນທີ່ຖືກຜົນທະທົບຕາມລະບຽບການ, ເຫັນດີຊົດເຊີຍຄ່າເສຍຫາຍທາງຊັບສິນ, ສັດລ້ຽງຂອງຄອບຄົວທີ່ໄດ້ຮັບຜົນກະທົບຈາກເຂດຄູກັນນໍ້າ, ເຫັນດີປັບປຸງລະບົບນໍ້າໃຊ້ຂອງປະຊາຊົນບ້ານຫ້ວຍຫອຍ ແລະ ບ້ານເມືອງມ່ວນ ໃຫ້ມີຄວາມສະດວກສະບາຍ, ເຫັນດີ ສ້າງສະໜາມຂີ້ເຫຍື້ອຢູ່ບ້ານເມືອງມ່ວນ ແລະ ບັນຫາອື່ນໆທີ່ປິ່ນອ້ອມກັບສັງຄົມ.

ພ້ອມນັ້ນ ທາງພາກລັດຈະຕ້ອງໄດ້ຮັບຜິດຊອບທາງດ້ານການເຜີຍແຜ່ນິຕິກຳ, ຂໍ້ກຳນົດໃນສັນຍາລະຫວ່າງຜູ້ພັດທະນາໂຄງການ ແລະ ປະຊາຊົນ ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ, ການມີສ່ວນຮ່ວມເປັນເຈົ້າການເຂົ້າຮ່ວມການພັດທະນາໂຄງການ ທັ້ງນີ້ກໍ່ເພື່ອເປັນບ່ອນອີງໃຫ້ທັງສອງຝ່າຍ ເປັນຕົ້ນແມ່ນຜູ້ພັດທະນາໂຄງການໄດ້ຮັບການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ກຳນົດໄວ້ນັ້ນ ໄດ້ບັນລຸຕາມຄາດໝາຍທີ່ວາງໄວ້, ປະຊາຊົນເປັນເຈົ້າການເຂົ້າຮ່ວມກິດຈະກຳ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ໂດຍອີງໃສ່ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງກຳນົດໄວ້.

About admins16