ສະຫະພັນແມ່ຍິງ ຄະນະບໍລິຫານງານຊາວໜຸ່ມແຂວງ ປາຖະກະຖາວັນສ້າງຕັ້ງ ສະຫະພັນແມ່ຍິງລາວ

ໃນຕອນບ່າຍຂອງວັນທີ 21 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20 ກໍລະກົດ 1955-20 ກໍລະກົດ 2021) ໂດຍການເປັນປະທານ ແລະ ບັນຍາຍໂດຍ ສະຫາຍ ນ ນິດຕາ ເພັງສະຫວັດ ຮອງເລຂາໜ່ວຍພັກຄະນະຊາວໜຸ່ມແຂວງ, ມີເອື້ອຍນ້ອງແມ່ຍິງຊາວໜຸ່ມແຂວງ ເຂົ້າຮ່ວມ.

ໃນພິທີ ປະທານໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ສໍາຄັນ ເປັນຕົ້ນປະຫວັດມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ, ການເຄື່ອນໄຫວຂອງສະຫະພັນແມ່ຍິງແຂວງ ແລະ ຜົນງານທີ່ພົ້ນເດັ່ນຂອງສະຫະພັນແມ່ຍິງແຂວງ ໃນ 1 ປີ ຜ່ານມາ.

ການເລົ່າມູນເຊື້ອ ກໍເພື່ອເຮັດໃຫ້ເອື້ອຍນ້ອງແມ່ຍິງມີຄວາມຮັບຮູ້ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງແມ່ຍິງ ເພື່ອປຸກລະດົມແມ່ຍິງໃຫ້ເປັນເຈົ້າການເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັບຮູ້ຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງສະຫະພັນແມ່ຍິງແຂວງ ພ້ອມທັງເປັນເຈົ້າການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານແມ່ຍິງແຂວງ ຄັ້ງທີ 2 ສະໄຫມທີ VII ຢ່າງເປັນຂະບວນການຟົດຟື້ນກ້ວາງຂວາງ.

ພ້ອມນີ້ ຍັງໄດ້ດຳເນີນການທາບທາມບຸກຄະລາກອນຮອບ ທີ I ເພື່ອປະກອບໃສ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະຫະພັນແມ່ຍິງໜ່ວຍຮາກຖານ ຄະນະຊາວໜຸ່ມແຂວງ ທີ່ຈະໄຂຂຶ້ນໃນມໍ່ໆນີ້.

About admins16